ສຸດ​ຈິງ! ​ຢ່າ​ຫາ​ເວົ້າ​ໃຫ້​ຄົນ​ອື່ນ ນ້ອງ​ເນີຍ ຫຼັງ​​ຮ້ອງ​ໄຫ້​ທີ່ຖືກ​ບູ​ລີ​ເລື່ອງ​ໜ້າ​ຕາ​ຕອນ​ໄລຟ໌​ສົດ​ຂາຍ​ເຄື່ອງ

ສຸດ​ຈິງ! ​ຢ່າ​ຫາ​ເວົ້າ​ໃຫ້​ຄົນ​ອື່ນ ນ້ອງ​ເນີຍ ຫຼັງ​​ຮ້ອງ​ໄຫ້​ທີ່ຖືກ​ບູ​ລີ​ເລື່ອງ​ໜ້າ​ຕາ​ຕອນ​ໄລຟ໌​ສົດ​ຂາຍ​ເຄື່ອງ

​ພາຍຫຼັງ​ທີ່​ເດັກ​ຍິງ ເນີຍ ນັກ​ຮຽນ​ມັດ​ທະ​ຍົມ ມ 2 ປະ​ເທດ​ໄທ ທີ່​ລາວ​ເຮົາຫຼາຍ​ຄົນ​ຄົງ​ເຫັນ​ຕາມ​ສື່​ອອນ​ລາຍ ຜູ້​ທີ່​ຖືກ​ດູ​ຖູກ ຫຼື ບູ​ລີ ເລື່ອງ​ໜ້າ​ຕາ ຕອນນ​ທີ່​ນ້ອງ​ໄລ​ສົດ​ຂາຍ​ເຄື່ອງ​ສຳ​ອາງ ຂາຍ​ສະ​ບູ​ຫາ​ເງິນ

ແຕ່​ຕອນ​ນັ້ນ​ກັບ​ຕ້ອງ​ນ້ຳ​ຕາ​ໄຫຼ ເມື່ອ​ຖືກ​ຄົນ​ເວົ້າ​ໃຫ້​ເລື່ອງ​ໜ້າ​ຕາ​ວ່າ ບໍ່​ງາມ ບໍ່​ເໝາະ​ທີ່​ຈະ​ມາ​ຂາຍ​ເຄື່ອງ​ສຳ​ອາງ ຄ​ຣີມ​ເສີມ​ຄວາມ​ງາມ ແລະ ຄົງ​ບໍ່​ມີ​ໃຜ​ເຊື່ອ ເວົ້າ​ໃຫ້ຫຼາຍ​ຕ່າງໆ​ນາໆ

ຫຼ້າ​ສຸດ ບອກ​ເລີຍ​ນ້ອງ​ງາມ​ລະ​ດັບ​ນາງ​ເອກ​ເດີ້ ພໍ​ໄດ້​ຈັບ​ມາ​ແຕ່ງ​ໂຕ ແຕ່ງ​ໜ້າ ງາມ​ບໍ່​ມີ​ຕິດ​ຈ້າ ໜ້າ​ທັ່ງ ດັງ​ຄົມ ຫຸ່ນ​ເປະ ລົບ​ຄຳ​ດູ​ຖູກ ເຮັດ​ເອົາ​ຜູ້​ທີ່​ເວົ້າ​ໃຫ້​ຕ້ອງ​ງາຍ​ເງີບ​ໄປ​ເລີຍ​ແມ່ນ​ບໍ່

ຕ້ອງ​ຍົກ​ຄວາມ​ໂຊກ​ດີ​ຂອງ​ນ້ອງ ໃຫ້ ບອ​ສ Ratcha ແລະ ຊ່າງ ກິ້ວ young makeup ແລະ ທີມ​ງານ Vit C Bio Face Thailang ​ທີ່ມອບ​ໂອ​ກາດ ແລະ ແປງ​ໂສມ​ນ້ອງ​ໃຫ​້​ຄົ້ນ​ພົບ​ໂຕ​ເອງ ບອກ​ເລີຍ​ອາ​ນາ​ຄົດ​ດັງ​ແນ່ນອນ ສູ້ໆ ເປັນ​ກຳ​ລັງ​ໃຈ​ໃຫ້

ນີ້​ແຫຼະ​ທຸກ​ຄົນ​ບາງ​ຄົນ​ເຂົາ​ງາມ​ທຳ​ມະ​ຊາດ ເສີມ​ແຕ່ງ​ໜ້ອຍ​ໜຶ່ງ​ກໍ​ງາມ​ຂຶ້ນ ທຽບ​ເທົ່າ​ລະ​ດັບ​ຄົນ​ງາມຫຼາຍໆ​ຄົນ ແນວ​ໃດ​ກໍ​ບໍ່​ຄວນ​ດູ​ຖູກ​ກັນ ເຮົາ​ບໍ່​ມັກ​ກໍ​ພຽງ​ເລື່ອນ​ຜ່ານ ຫຼື ຖ້າ​ປ່ຽນ​ຄຳ​ເງົ້າ​ແບບ​ດູ​ຖູກ​ມາ​ໃຫ້​ກຳ​ລັງ​ໃຈ​ກັນ ບອກ​ກັນ​ດີໆ​ກໍ​ໄດ້​ເນາະ …..

ຂ່າວທົ່ວໄປ