ຈາກກໍລະນີ ເມື່ອເວລາ 20.30ນ. ວັນທີ່18 ສິງຫາ.. ຣ.ຕ.ອ.ທີລະ ຫລ້ານາມວົງ ຮອງສວ.(ສອບສວນ)ສນ.ບາງເຂນ ຮັບແຈ້ງຄວາມຈາກທ້າວເອ(ຊື່ສົມມຸດ) ອາຍຸ23ປີ ພໍ່ຂອງດ.ຊ.ຕົ້ນ(ຊື່ສົມມຸດ) ອາຍຸ4ປີ ຫລັງຊາບວ່າລູກຊາຍຂອງຕົນຖືກທຳຮ້າຍຮ່າງກາຍຈົນອາການສາຫັດ ຕອນນີ້ຮັກສາຕົວຢູ່ທີ່ຣພ.ພູມິພົນ
ທ້າວເອ ກ່າວວ່າຕົນໄດ້ເລີກກັບແມ່ຂອງເດັກມາປະມານ2 ປີແລ້ວ ແລະບໍ່ໄດ້ຕິດຕໍ່ກັນເລີຍ ສ່ວນລູກຊາຍຝ່າຍແມ່ເປັນຜູ້ລ້ຽງຢູ່ບ້ານນວນຈັນ ຈົນກະທັ້ງເມື່ອວັນທີ່16 ສິງຫາ ໄດ້ຮັບໂທລະສັບຈາກເມຍເກົ່າວ່າ ລູກຊາຍລື່ນລົ້ມຫົວຟາດພື້ນໃນຫ້ອງນ້ຳ ຕ້ອງຜ່າຕັດດ່ວນໃຫ້ຊ່ວຍຫາເງິນປະມານ1 ແສນບາດ
ທ້າວເອ ກ່າວຕໍ່ວ່າ ຫລັງຈາກນັ້ນຕົນໄດ້ພະຍາຍາມຕິດຕໍ່ເມຍເກົ່າເພື່ອຈະເຂົ້າຢ້ຽມລູກຊາຍ ແຕ່ຝ່າຍຍິງປະຕິເສດໂດຍອ້າງວ່າທາງຣພ,ບໍ່ອະນຸຍາດໃຫ້ເຂົ້າຢ້ຽມເນື່ອງຈາກຢ້ານຕິດເຊື້ອ ຕົນຈຶ່ງພະຍາຍາມສືບຄົ້ນຂໍ້ມູນວ່າລູກຊາຍຕົນຮົກສາຢູ່ບ່ອນໃດ ຈົນຮູ້ວ່າພັກຮັກສາຕົວຢູ່ທີ່ຣພ. ພູມິພົນຈຶ່ງເດີນທາງໄປຢ້່ຽມແລະພົບວ່າລູກຊາຍຕົນຖືກທຳຮ້າຍຮ່າງກາຍອາການສາຫັດ ໂດຍມີອາການ ກະດູກຂ້າງຫັກ2 ຊີກ ໄຫປາລ້າຫັກ ຕາມຕົວແລະໃບຫນ້າມີບາດແຜໃຫມ່ແລະເກົ່າລວມກວ່າ20ບ່ອນ ພາບບໍ່ສາມາດນຳມາເປີດເຜີຍ ຈາກທີ່ເຫັນເດັກນ້ອຍນອນບໍ່ລືມຕາຕ້ອງໃຊ້ເຄື່ອງຊ່ວຍຫາຍໃຈ ຕາມຕົວມີບາດແຜຮອຍຕີຈ່ຳນວນຫລາຍ ແລະທີ່ສະເທືອນໃຈມີນ້ຳຕາໄຫລອອກມາດ້ວຍ
ທ້າວເອກ່າວອີກວ່າ ຕົນຈຶ່ງໄດ້ສອບຖາມໄປຍັງເມຍເກ່າວ່າເກີດຫຍັງຂຶ້ນ ແຕ່ທາງຝ່າຍຍິງບອກວ່າລູກລື່ນລົ້ມໃນຫ້ອງນ້ຳຕົນຈຶ່ງຖາມຢູ່ຫລາຍຄັ້ງຈົນກະທັ້ງຝ່າຍຍິງຕອບວ່າປູ່ເປັນຄົນທຳຮ້າຍຮ່າງກາຍເດັກ ຕົນຈຶ່ງເດີນທາງໄປສອບຖາມຍ່າ ຈຶ່ງຮູ້ວ່າຝ່າຍຍິງໄດ້ຮັບລູກໄປລ້ຽງຕັ້ງແຕ່ເດືອນພຶດສະພາ ຕົນຈຶ່ງໝັ້ນໃຈວ່າຄົນທີ່ທຳຮ້າຍຮ່າງກາຍລູກຊາຍຕົນຄືເມຍເກົ່ານັ້ນເອງ ເພາະເມຍເກົ່າຕົນເປັນຄົນໂມໂຫຮ້າຍ ເວລາບໍ່ພໍໃຈມັກຕົບຕີ ສ່ວນແຟນໃຫມ່ຂອງຝ່າຍຍິງຈະທຳຮ້າຍຮ່າງກາຍດ້ວຍຫລືບໍ່ຕົນກໍ່ບໍ່ແນ່ໃຈ ມື້ນີ້ຕົນຈຶ່ງຕັດສິນໃຈເດີນທາງເຂົ້າແຈ້ງຄວາມ
ເບື້ອງຕົ້ນເຈົ້າຫນ້າທີ່ຢູ່ລະຫວ່າງການສອບປາກຄຳຕົວຝ່າຍຍິງແລະແຟນໃຫມ່ ສ່ວນປູ່ນັ້ນເຈົ້າຫນ້າທີ່ຢູ່ລະຫວ່າງການຕິດຕາມຕົວມາສອບປາກຄຳ ໂດຍອາການເດັກຫລ່າສຸດຍັງອາການໂຄມ່າຢູ່ ແພດຍັງຕ້ອງໃຊ້ເຄື່ອງຊ່ວຍຫາຍໃຈຕະລອດເວລາ
ຫລ່າສຸດ ຝ່າຍສືບສວນໄດ້ນຳຕົວ ພໍ່ລ້ຽງແລະແມ່ແທ້ໆ ເດັກ 4ປີ ມາສອບປາກຄຳ ເບື້ອງຕົ້ນພໍ່ລ້ຽງໃຫ້ການຍອມຮັບວ່າໄດ້ລົງມືທຳຮ້າຍຮ່າງກາຍເດັກຊາຍອາຍຸ 4 ປີແທ້ ພາຍໃນຫ້ອງເຊົ່າໃນວັນທີ່ 10 ສິງຫາທີ່ຜ່ານມາຊຶ່ງເປັນມື້ເກີດເຫດ ເດັກຊາຍຂີ້ໃສ່ບ່ອນນອນ ແລະນັ່ງເຫລິ້ນຊະຊາຍເຕັມບ່ອນນອນ ຕົວເອງດ້ວຍຄວາມໂມໂຫຈຶ່ງໃຊ້ສາຍຢາງຟາດເຂົ້າຕາມລຳຕົວຫລາຍຄັ້ງ ແຕ່ອາການທີ່ໄດ້ຮັບບາດເຈັບທີ່ຫົວນັ້ນ ຢືນຢັນວ່າບໍ່ໄດ້ລົງມືຕີ
ກະທັ້ງມີການສອບສວນໄປມາຫລາຍຄັ້ງຜູ້ຕ້ອງຫາ ພໍ່ລ້ຽງ-ແມ່ແທ້ໆ ທັ້ງສອງຮັບສາລະພາບວ່າໄດ້ທຳຮ້າຍເດັກແທ້ ເນື່ອງຈາກເດັກດື້ ແລະຊ່ວງທີ່ຢູ່ດ້ວຍກັນມີການຜິດຖຽງກັນ ແລ້ວຫລາຍຄັ້ງກໍ່ໄປລົງທີ່ເດັກ ເບື້ອງຕົ້ນຕຳລວດສນ.ບາງເຂນບໍ່ສາມາດພາຕົວຜູ້ຕ້ອງຫາໄປຂັງໄປສນ.ໄດ້ ເນື່ອງຈາກໝູ່ຄູ່ແລະຍາດຂອງພໍ່ເດັກເດີນທາງມາເບິ່ງຕົວຜູ້ຕ້ອງຫາທີ່ສນ. ອີກທັ້ງຝ່າຍຍິງຕັ້ງທ້ອງໄດ້5ເດືອນ ຫາກພາຕົວໄປແລ້ວຢ້ານມີເຫດການເຂົ້າລຸມປະຊາທັນ ອາດເຮັດໃຫ້ຍິງສາວແທ້ງລູກໄດ້ ຈຶ່ງຕ້ອງຄຸມຕົວໄວ້ທີ່ໂຮງພັກກ່ອນ ເພື່ອສອບປາກຄຳຕໍ່ໄປ
ຢ່າງໃດກໍ່ຕາມໃນເວລາ03.10ນ. ທາງຕຳລວດສນ.ບາງເຂນຕັດສິນໃຈໂອ້ລົມກັບຄົນທີ່ມາລ້ອມສນ. ກ່ອນຈະພາຜູ້ຕ້ອງຫາທັ້ງສອງເດີນອອກທີ່ດ້ານຫລັງສນ.ພາຂຶ້ນລົດໄປສນ.ໂຄກຄາມທ້ອງທີ່ເກີດເຫດຕາມຂັ້ນຕອນກົດຫມາຍຕໍ່ໄປ