ຜົວໄປເຮັດວຽກຢູ່ໂຮງງານ 2-3 ເດືອນ ສຸດທ້າຍຕິດຜູ້ສາວນ້ອຍ

ຜົວໄປເຮັດວຽກຢູ່ໂຮງງານ 2-3 ເດືອນ ສຸດທ້າຍຕິດຜູ້ສາວນ້ອຍ

ສາວໂພສເລົ່າປະສົບການຊີວິດຄູ່ທີ່ບໍ່ເປັນດັ່ງຝັນ ວັນທີ 12/8/2020 ທີ່ນະຄອນຫຼວງວຽງຈັນ ຈາກຜູ້ໃຊ້ເຟສບຸກຊື່: “ปูนา บุดสะดี” ໄດ້ໂພສວ່າ: “ຂໍແຊປະສົບການໃຫ້ເຫັນທົ່ວກັນເນາະຂ້ອຍກັບຜົວຢູ່ກິນກັນມາ 3 ປີຈົນຂ້ອຍໄດ້ຖືພາແລະຜົວຂ້ອຍກໍໄປເຮັດວຽກຢູ່ໂຮງງານແຖວໂນນສະອາດເຮັດໄປໄດ້ 2-3 ເດຶອນ

ມີຜູ້ຍິງຄົນຫນຶ່ງທັກມາວ່າເປັນນ້ອງເຮັດວຽກບ່ອນດຽວກັນຂ້ອຍກະບໍ່ຄິດຫຍັງ ພໍຢູ່ໄປຢູ່ມາຜູ້ຍິງກະແຊດມາທຸກມື້ ແລ້ວມີມື້ຫນື່ງພໍ່ຂ້ອຍກັບຜົວຜິດກັນຜົວຂ້ອຍກະຫນີແຕ່ກະເອົາຂ້ອຍໄປນຳ ແຕ່ຂ້ອຍພັດຖືພາໄດ້ 8ເດືອນຜົວຂ້ອຍເອົາຂ້ອຍມາສົ່ງແລ້ວກະບອກຂ້ອຍວ່າຊິໄປນອນຫໍພັກເກີດລູກລະຊິມາຄ້ຳກຳແຕ່ກະບໍ່ມາ ອ້າງວ່າພໍ່ເຖົ້າແມ່ເຖົ້າບໍ່ໃຫ້ມາຄ້ຳ

ແຕ່ບໍ່ດົນຜູ້ຍິງທີ່ວ່າເປັນນ້ອງສາວກະໂພດຮູບຄູ່ລົງໂດຍທີ່ໃນຮູບເປັນຜົວຂ້ອຍຄືຫຍັງວະ!! ກະຮູ້ຢູ່ວ່າເຂົາມີລູກມີເມຍຍັງແຊດຫາກັນຢູ່  ນັບຕັ້ງແຕ່ມື້ນັ້ນຂ້ອຍກັບຜົວຂ້ອຍກະບໍ່ໄດ້ຢູ່ນຳກັນແຕ່ຍັງເປັນຜົວເມຍກັນຢູ່ ຂ້ອຍກະບໍ່ຂໍຫຍັງຫລາຍດອກຂໍເເຄ່ມາເຮັດໃຫ້ມັນຖືກຕ້ອງບໍ່

ຂ້ອຍບໍ່ເເມ່ນເມຍແຄມທາງເດີ້ແຕ່ງກັນຈົບເຈືອການຈັດຕັ້ງຮັບຮູ້ ພວກເຈົ້າຊິຮັກກັນລັກຄົບກັນກະມາເຮັດໃຫ້ມັນຖືກຕ້ອງສະຊ້ຳຜູ້ຊາຍບໍ່ຮູ້ຈັກພໍບໍ່ມີຄວາມຮັບຜິດຊອບນະຂ້ອຍບໍ່ຢາກໄດ້ດອກ ຄືວ່າລະຜູ້ຍິງເຂົາຢາກໄດ້ກະເອົາໄປໂລດເດີ້ ຜູ້ຍິງກະດ້ານຜູ້ຊາຍກະຊົ່ວບໍ່ຮູ້ຈັກພໍມີລູກເມຍບໍ່ເຄີຍສົ່ງເງີນມາໃຫ້.”

ຂ່າວທົ່ວໄປ