ລູກສາວໄມພິລົມພອນ ໄດ້ດີກີຈົບນອກແຖມໃບກຽດນິຍົມກັບມາ

ລູກສາວໄມພິລົມພອນ ໄດ້ດີກີຈົບນອກແຖມໃບກຽດນິຍົມກັບມາ

ບໍ່ທຳມະດານັກຮ້ອງລຸກທຸ່ງຂັວນໃຈຜູ້ໃຊ້ແຮງງານ ໄມ ພິຣົມພອນ ຫຼື ພອນພິລົມ ພິມທະປະກັງ ສອນລູກມາດີສຸດ ລູກສາວຄົນກາງເດີນທາງໄປຮຽນຕ່າງປະເທດສາຂາບໍລິຫານ ຈົບມີພ້ອມໃບປະກາດກຽດນິຍົມ.

ລູກສາວຄົນກາງຂອງໄມ ພິລົມພອນ ນ້ອງແກມມີ່

ນັ້ນເປັນຄວາມພູມໃຈສຸດຍິ່ງສຳເລັດພໍ່ແມ່ທີ່ເຫັນລູກປະສົບຜົນສຳເລັດທີ່ບໍ່ທຳມະດາຢ່າງ ລູກສາວຄົນກາງ ແກມມີ່ ຂອງ ນັກຮ້ອງຂັວນໃຈຜູ້ໃຊ້ແຮງງານ ໄມ ພິລົມພອນ ເຊິ່ງຄົນນີ້ຫຼັງຈາກຮຽນຈົບມັດທະຍົມຈາກໄທ ໄດ້ບິນຕົງໄປຮຽນທີ່ມະຫາວິທະຍາໄລໂຄໂລມເບຍໃນປະເທດການາດາ ແລະເຫັນວ່າສາມາດຄວ້າໃບປະກາສະນີຍະບັດກຽດນິຍົມມາຝາກພໍ່ແມ່ໄດ້ສຳເລັດ.

ສິ່ງໜຶ່ງທີ່ໜ້າພາກພູມໃຈນອກເໜືອຈາກຜົນສຳເລັດໃນລະດັບກຽດນິຍົມ ລູກສາວຂອງນັກຮ້ອງຕຳນານ ຍັງຫາລ້ຽງກຸ້ມຕົ້ນເອງຕະຫຼອດເວລາຮຽນຢູ່ພຸ້ນ ໂດຍນາງຈະຂໍນຳພໍ່ພຽງຄ່າເທີມເທົ່ານັ້ນ ສ່ວນເງິນກິນຢູ່ລ້ຽງຊີບໃນແຕ່ລະວັນລູກສາວໄມຈະໄປຫາວຽກເສີມ ຮັບຈ້າງເສີບ ລ້າງຖ້ວຍບໍ່ໃຫ້ຕ້ອງລົບກວນພໍ່ແມ່ ເພາະພໍ່ສອນມາທັ້ງຊີວິດໃຫ້ຮູ້ຈັກຄວາມລຳບາກ.

ທຸກຄົນທີ່ຮູ້ຂ່າວ ແລະເຫັນພາບລ້ວນປະທັບໃຈແທນ ນອກຈາກຮຽນເກັ່ງແລ້ວຍັງກະຕັນຍູຮູ້ຄຸນພໍ່ແມ່ ເບິ່ງແຕ່ການກາບງາມໆ ສະແດງຄວາມເຄົາລົບພໍ່ທີ່ຄອຍສົ່ງເສີມ ແລະສິດສອນມາຈົນຮອດມື້ຮຽນຈົບມີໃບເບີກທາງເປັນຂອງຕົນເອງ ເພື່ອຕາມຫາຄວາມຝັນ.

ພູມໃຈແທນພໍ່ແມ່ແທ້ໆນໍ

ໄມ ໃຫ້ສຳພາດວ່າ ຕົນມີູວາມພູມໃຈໃນຄວາມສຳເລັດຂອງລູກ ໃນຖານະຄົນບ້ານນອກຮຽນຈົບພຽງ ມ3 ເຂົ້າມາສູ້ຊີວິດໃນເມືອງຫຼວງຈົນປະສົບຜົນສຳເລັດໄດ້ເປັນສິນລະປິນມີແຟນເພງສະໜັບສະໜູນຈົນມີລາຍໄດ້ສາມາດສົ່ງລູກຮຽນຈົບຕ່າງປະເທດໄດ້ ຕອນນີ້ກໍ່ຢາກໃຫ້ລູກເຮັດວຽກເກັບກ່ຽວປະສົບການຢູ່ຕ່າງປະເທດກ່ອນ ຫຼັງຈາກກັບມາແລ້ວຢາກໃຫ້ກັບບ້ານພັດທະນາບ້ານເກີດ.

ໄມ ພິຣົມພອນ ແມ່ນມີລູກສາວທັງໝົດ 3 ຄົນ ຜູ້ກົກຊື່ເມວະດີ, ເມ, ຄົນກາງຊື່ການຈະນາ (ແກມມີ່) ແລະຄົນສຸດທ້າຍຊື່ມີ້ວ ຫຼື ພອນພິມົນ.

ຂ່າວທົ່ວໄປ