ສຳລັບຄົນທີ່ເປັນພໍ່ແມ່ຈະເຮັດສິ່ງທີ່ດີທີ່ສຸດກັບລູກສະເໝີ ເຖິງວິທີການສອນຈະແຕກຕ່າງກັນອອກໄປ ແຕ່ເປົ້າໝາຍກໍ່ຄືຢາກໃຫ້ລູກໄດ້ມີຊີວິດທີ່ດີນັ້ນເອງ ບາງຄອບຄົວພໍ່ແມ່ຈົບດອກເຕີ້ດອກແຕ໋ວ ລູກເປັນອັນຕະພານກໍ່ມີບາງຄົນພໍ່ແມ່ອ່ານ ກ ໄກ່ ຂ ໄຂ່ ບໍເປັນແຕ່ກໍ່ສາມາດສອນລູກໃຫ້ເປັນຄົນດີໄດ້ ອາໄສຢາດເຫື່ອ ແລະ ແຮງງານເປັນກຳລັງຂັບເຂື່ອນການສຶກສາຮຽນຮູ້ຂອງລູກຈົນໄດ້ດີ.
ຄືກັບຄອບຄົວໜຶ່ງທີ່ແອັດຍົກມາໃນມື້ນີ້ ຄອບຄົວພໍ່ແມ່ເປັນຊາວນາບໍ່ມີວຽກເຮັດງານທຳທີ່ໃຫຍ່ໂຕແຕ່ເພິ່ນສາມາດສົ່ງລູກຮຽນຈົບປະລິນຍາ 7 ຄົນ ທີ່ແປກກວ່ານັ້ນແມ່ນລູກທັງ 7 ຄົນສາມາດຄວ້າປະກາສະນີຍະບັດກຽດນິຍົມ ຫຼື ໃບປະກາດແດງທັງໝົດ ອັນນີ້ແອັດ ທັນເລື່ອງຂ່າວຊາບຊື້ງແທນເພິ່ນຫຼາຍ ແລະດີໃຈນຳທີ່ສ້າງຜົນງານໄດ້ສຸດຍອດສະເໝີຕົ້ນຈົນຮອດປາຍ.
ຄອບຄົວທີ່ວ່ານີ້ບໍ່ແມ່ນໃຜອື່ນໄກ ແຕ່ເປັນພີ່ນ້ອງໄທອີສານຢູ່ຈັງຫວັດຍະໂສທອນນີ້ເອງ ພໍ່ເພິ່ນຊື່ວ່າ ຊິນນະແສງ ເພິ່ນເຮັດນາສົ່ງລູກຮຽນຢູ່ມະຫາວິທະຍາໄລອຸບົນຣາດຊະທານີທັງໝົດ 7 ຄົນ ຈາກຮຸ່ນສູ່ຮຸ່ນເອື້ອຍສອນນ້ອງໄປເລື້ອຍໆທຸກຄົນແມ່ນຈົບມາພ້ອມກຽດນິຍົມ ເອີ້ນວ່າທຸກຄົນໄດ້ປ່ຽນກັນສວມໃສ່ຊຸດຄຸຍຮັບປະກາສະນີຍະບັດແດງຕໍ່ກັນກັນໄປຈົນຄົນສຸດທ້ອງ.
ຜູ້ເປັນພໍ່ເຜີຍວ່າ ຕົນແລະເມຍພະຍາຍາມຊີ້ໃຫ້ລູກໆຮຽນຮູ້ເຖິງວິຖີຊີວິດຂອງອາຊີບຊາວນາ ເປັນຢູ່ແບບພໍພຽງ ໃຊ້ຈ່າຍຢ່າງປະຢັດເທົ່າທີ່ຈຳເປັນ ແຕ່ໃນຊ່ວງໄວຮຽນຂອງລູກໆເປັນຊ່ວງທີ່ລຳບາກຫຼາຍທີ່ສຸດ ຫຼາຍຄັ້ງຕ້ອງໄດ້ຂໍນັ້ນຢືມນີ້ມາໃຫ້ລູກໄດ້ໄປໂຮງຮຽນຕາມປົກກະຕິ.
ສຳລັບຄອບຄົວນີ້ບໍ່ເຄີຍໃຫ້ລູກຮຽນພິເສດ ບໍ່ເຄີຍຮູ້ໃບກຽດນິຍົມແມ່ນຫຍັງ ຮູ້ພຽງຢ່າງດຽວວ່າຢາກໃຫ້ລູກທຸກຄົນຮຽນໃຫ້ສູງໆເຕີມເຕັມໃນສິ່ງທີ່ຫາຍໄປໃນຊີວິດ ເພາະພໍ່ກັບແມ່ຮຽນຈົບພຽງ ປ4, ຖ້າລູກທຸກຄົນສາມາດລ້ຽງຊີບໄດ້ ແລະເປັນຄົນດີຂອງສັງຄົມຢາດເຫື່ອຂອງພໍ່ແມ່ທີ່ເສຍໄປບໍ່ຖືວ່າຄຸ້ມຄ່າທີ່ສຸດແລ້ວ.
ນາງສາວ ລະພີພອນ ລູກສາວຫຼ້າ ຂອງຄອບຄົວໄດ້ເປີດເຜີຍໃນໂອກາດຮັບປະລິນຍາວ່າ ພູມໃຈທີ່ຕົນໄດ້ສຳເລັດການສຶກສາໃນນາມບັນດິດທີ່ຮຽນດີຄົນໜຶ່ງ ເຊິ່ງກ່ອນໜ້ານີ້ຕົນກໍ່ເຄີຍມາສະແດງກັບເອື້ອຍໆທັ້ງ 6 ຄົນລ້ວນຈົບຈາກນີ້ ແລະໄດ້ກຽດນິຍົມຄືກັນ.
ສຳລັບຕົນແລ້ວ ຄວາມລຳບາກຂອງພໍ່ແມ່ຖືເປັນແຮງພັກດັນທີ່ສຳຄັນຫຼາຍໃຫ້ຕົນຕັ້ງໃຈຮຽນ ຢາກໃຫ້ພໍ່ແມ່ມີຊີວິດທີ່ດີ ແລະພາຍຫຼັງຮຽນຈົບກໍ່ໄດ້ເດີນຕາມຝັນ ໄດ້ເຂົ້າເຮັດວຽກໃນສະຖາບັນການເງິນແຫ່ງໜຶ່ງ ແຕ່ທັ້ງໝົດຈະບໍ່ມາເຖິງຈຸດນີ້ໄດ້ຖ້າບໍ່ໄດ້ກຳລັງໃຈທີ່ເຕັມປ່ຽມຈາກພໍ່ແມ່, ນາງສາວ ລະພີພອນກ່າວ.