ໂພສນີ້ມັນສ່າງອົບອຸ່ນ ແລະ ຊຶ້ງໃຈສຸດໆ ເພິ່ນຄືຈະຮູ້ໂຕດີລະແຫຼະວ່າເຖິງເວລາແລ້ວ ແນວໃດຜົນງານ ແລະ ຊື່ຂອງ ແອນ້ອຍ ນິພົນ ຍັງຢູ່ໃນໃຈຂອງແຟນເພງທຸກຄົນທີ່ບໍ່ອາດລືມໄດ້ແນ່ນອນ ຂໍໃຫ້ໄປສູ່ສຸຂະຕິເດີ້ ສ່ວນຄົນທີ່ຍັງຢູ່ ຄອບຄົວ ກໍສູ້ຕໍ່ໄປ, ເຊິ່ງຍ້ອນໄປເມື່ອ 4 ມື້ກ່ອນ ນັ້ນກໍຄືກ່ອນທີ່ ແອນ້ອຍ ນິພົນ ຈະຈາກພວກເຮົາໄປ
ໃນເຟດລຸກສ່ວນໂຕ ຂອງ ແອນ້ອຍ ນິພົນ ໄດ້ແຊພາບຂອງຄອບຄົວ ແລະ ບອກວ່າ “ອີ່ປາຮັກລູກເດີ້” ,ຂ່າວໂສກເສົ້າສຳລັບວົງການບັນເທີງ ເພງລູກທົ່ງບ້ານນາລາວ ກັບການສູນເສຍ ສິນລະປິນອີກຄົນຢ່າງ ແອນ້ອຍ ນິພົນ ເມື່ອວັນທີ 16 ກັນຍາ 2020 ແຟນເພງຮ່ວມອາໄລຢ່າງຫຼວງຫຼາຍ