ໝໍແລະພະຍາບານ ຊ່ວຍກັນດຶງງູູອອກຈາກປາກຄົນໄຂ້

ໝໍແລະພະຍາບານ ຊ່ວຍກັນດຶງງູູອອກຈາກປາກຄົນໄຂ້

ກາຍເປັນທີ່ຮືຮາຢ່າງໄວວາໃນໂຊຊ່ຽວມິເດຍ ເມື່ອມີຄລິບນາທີໝໍແລະພະຍາບານຊ່ວຍກັນດຶງງູຄວາມຍາວກວ່າ 1 ເມດ ອອກຈາກປາກຄົນໄຂ້ ເຮັດໃຫ້ເກີດມີການສະຫຍອງຂວັນທັ້ງຫ້ອງຜ່າຕັດ

ໂດຍເຫດດັ່ງກ່າວເກິດຂຶ້ນເມື່ອຄົນໄຂ້ສາວຜູ້ບໍ່ປະສົງອອກຊື່ ເປີດເຜີຍຫລັບໄປໃນສະໜາມຫຍ້າຫລັງບ້ານຕົນເອງໃນຫມູ່ບ້ານເລີວາຊີ ສາທາລະນະລັດປາກິສຖານ ແລະໃນຈັງຫວະນັ້ນງູຕົວດັ່ງກ່າວໄດ້ເລືອເຂົ້າໄປໃນປາກໂດຍທີ່ລາວບໍ່ຮູ້ສຶກຕົວເລີຍແມ້ແຕ່ນ້ອຍ ຈົນກະທັ້ງຕື່ນຂຶ້ນມາລາວກໍ່ເລີ້ມຮູ້ສຶກຜິດປົກກະຕິ ແບບບໍ່ສະບາຍຄືມີຫຍັງຢູ່ໃນຮ່າງກາຍ ຈຶ່ງຮີບໄປໂຮງພະຍາບານທັນທີ ເພື່ອໃຫ້ທ່ານໝໍກວດອາການ

ຫລັງຈາກນັ້ນທີມຫມໍແລະພະຍາບານກໍ່ເລີ້ມວາງຢາສະລົບລາວ ແລະສ່ອງກ້ອງເບິ່ງວ່າມີຫຍັງຢູ່ໃນຮ່າງກາຍລາວ ກ່ອນຈະໃຊ້ທໍ່ສອດເຂົ້າໄປໃນລຳຄໍ ດຶງສິ່ງແປກປະຫລາດນັ້ນອອກມາ ແລະກໍ່ພົບວ່າເປັນງູຊຶ່ງຢູ່ໃນຮ່າງກາຍຂອງລາວ ເຮັດໃຫ້ທີມຜ່າຕັດຕົກໃຈໄປຕາມໆກັນ ໂດຍສະເພາະພະຍາບານທີ່ກ່ຳລັງດຶງງູຕົວນີ້ອອກມາເຖິງກັບຫນ້າເສຍແລະກະໂດດຂະໂຍ່ງຖອຍໄປຂ້າງຫລັງດ້ວຍຄວາມຕົກໃຈ ແລະຂົນລຸກ

ເມື່ອດຶງມັນອອກມາແລະວາງໄວ້ໃນຖັງແລ້ວ ໄດ້ມີການວັດແທກຄວາມຍາວເບື້ອງຕົ້ນຂອງງູຊຶ່ງຢູ່ທີ່ 4 ແມດ ໂດຍບໍ່ຮູ້ລະອຽດວ່າເປັນງູສາຍພັນຫຍັງ ແລະມັນເຂົ້າໄປຢູ່ໃນລຳຄໍຂອງຄົນໄຂ້ສາວຄົນນີ້ດົນປານໃດແລ້ວ ສອບຖາມຊາວບ້ານທ້ອງຖິ່ນໄດ້ຄວາມວ່າ ເຫດການແບບນີ້ກໍ່ຄ່ອຍເກີດຂື້ນ ແຕ່ດ້ວຍຄວາມທີ່ສະພາບພູມິປະເທດເປັນທີ່ສູງເນີນແລະມີພູເຂົາ ເຮັດໃຫ້ມີສັດປ່າຢ່າງເຊັ່ນງູເຂົ້າມາໃນພື້ນທີ່ພັກອາໄສ ຈຶ່ງຢາກເຕືອນເດັກໆບໍ່ຄວນນອນລັບກາງສະໜາມຫຍ້າ ເພາະຢ້ານວ່າຈະເກີດມີເຫດການແບບນີ້ຂື້ນອີກ

ຂ່າວທົ່ວໄປ