ລາຄານະໂຍບາຍຄ່າກະແສໄຟຟ້າ ໃນໄລຍະ ໂຄວິດ-19(ສຳລັບ ເດືອນ 4-5-6 )

ລາຄານະໂຍບາຍຄ່າກະແສໄຟຟ້າ ໃນໄລຍະ ໂຄວິດ-19(ສຳລັບ ເດືອນ 4-5-6 )

ກົດເບິ່ງລາຍລະອຽດເລີຍ! ວິທີຄິດໄລ່ ຄ່າກະແສ່ໄຟຟ້າຕາມລາຄາ ນະໂຍບາຍ ໃນໄລຍະ ໂຄວິດ-19(ສຳລັບ ເດືອນ 4-5-6)

ລັດວິສາຫະກິດໄຟຟ້າລາວໄດ້ອອກປະກາດນະໂຍບາຍຫຼຸດຄ່າໄຟຟ້າ ເດືອນ4-5-6 ໃນໄລຍະ ການລະບາດຂອງພະຍາດໂຄວິດ-19ແລ້ວໃນມື້ນີ້  ໂດຍແບ່ງການຄິດໄລ່ອອກເປັນ3 ແບບ  ເຊື່ງຈະມີການໄລ່ລ່ຽງຄືນໃຫ້ກັບປະຊາຊົນທີ່ຈ່າຍຄ່າໄຟຟ້າໄປແລ້ວ ແລະ ສົ່ງຄືນໃນໃບປິ່ນຄ່າໄຟຟ້າເດືອພ7-8-9.

ໃນຕອນແລງວັນທີ23 ມິຖຸນາ 2020 ເພຈລັດວິສາຫະກິດໄຟຟ້າລາວ EDL ເຊິ່ງເປັນເພຈທາງການຂອງລັດວິສາຫະກິດໄຟຟ້າລາວ ໄດ້ໂພດ ນະໂຍບາຍຫຼູດຄ່າໄຟຟ້າໃນໄລຍະ ການລະບາດຂອງພະຍາດໂຄວິດ-19  ໃນເດືອນ4-5-6,ເຊື່ງຈະມີການໄລ່ລ່ຽງຄືນໃຫ້ກັບປະຊາຊົນທີ່ຈ່າຍຄ່າໄຟຟ້າໄປແລ້ວ ແລະ ສົ່ງຄືນໃນໃບບິນຄ່າໄຟຟ້າເດືອພ7-8-9 ໂດຍແບ່ງການຄິດໄລ່ອອກເປັນ3ແບບດັ່ງນີ້:

1.ສໍາລັບກຸ່ມຜູ້ຊົມໃຊ້ພະລັງງານແຕ່ 0-150 KWH/ເດືອນ ແມ່ນໃຫ້ຄູນ 355 ກີບ/ KWH ເປັນລາຄາໄຟຟ້າຂອງເດືອນ

2.ສ່ວນກຸ່ມຜູ້ຊົມໃຊ້ແຕ່ 15-461 KWH/ເດືອນແມ່ນໃຫ້ຄູນ ລາຄາ355ກີບ/KWHສໍາລັບ 150 KWH/ ທໍາອິດ,ສ່ວນ ພະລັງງານທີ່ເຫຼືອແມ່ນໃຫ້ຄູນລາຄາ710ກີບ/KWHແລ້ວເອົາທັງສອງຂັ້ນມາບວກກັນເປັນລາຄາໄຟຟ້າ ຂອງເດືອນ

3.ສ່ວນກຸ່ມຜູ້ຊົມໃຊ້ແຕ່ 462 KWH/ເດືອນຂຶ້ນໄປແມ່ນຄູນ ລາຄາດຽວ 710ກີບ/KWH ເປັນລາຄາໄຟຟ້າຂອງເດືອນ

ວິທີຄິດໄລ່ ຄ່າກະແສ່ໄຟຟ້າຕາມລາຄາ ນະໂຍບາຍ ໃນໄລຍະ COVID-19(ສຳລັບ ເດືອນ 4-5-6)

ລາຄາໄຟຟ້າ, ໄຟຟ້າ

ສາລະໜ້າຮູ້