ປະຫວັດການເດີນທາງ  ຂອງຜູ້ຕິດເຊື້ອໂຄວິດ-19 ຄົນທີ 21 ແລະ 22

ປະຫວັດການເດີນທາງ ຂອງຜູ້ຕິດເຊື້ອໂຄວິດ-19 ຄົນທີ 21 ແລະ 22

ສປປ ລາວ ຢືນຢັນ ພົບການຕິດເຊື້ອ ໂຄວິດ-19 ເພີ່ມ 2 ກໍລະນີ ໃນວັນທີ 14 ສິງຫາ 2020 ຊຶ່ງເປັນສັນຊາດລາວ ແລະ ເປັນກໍລະນີຕິດເຊື້ອ ນໍາເຂົ້າຈາກຕ່າງປະເທດ.

ກໍລະນີ ທີ່ 21 ເປັນເພດຊາຍ ອາຍຸ 30 ປີ ເປັນພະນັກງານ ເດີນທາງມາຈາກ ໄຕ້ຫວັນ ສປ ຈີນ

ກໍລະນີ ທີ່ 22 ເປັນເພດຍິງ ອາຍຸ 25 ປີ ເປັນນັກສຶກສາລາວ ກັບມາຈາກ ສະຫະລັດ ອາເມລິກາ.

 

ກໍລະນີ ທີ່ 21 ເປັນເພດຊາຍ ອາຍຸ 30 ປີ ເປັນພະນັກງານ ເດີນທາງມາຈາກ ໄຕ້ຫວັນ ສປ ຈີນ

ເຊີ່ງກໍລະນີທີ 21 ໄດ້ເດີນທາງໃນວັນທີ 11 ສິງຫາ 2020 ຜ່ານສະໜາມບິນເມືອງອິນຊອນ ສ. ເກົາຫລີ ແລະ ໄດ້ນອນພັກຢູ່ສະໜາມບິນ 18 ຊົ່ວໂມງ ຈາກນັ້ນໄດ້ຂຶ້ນເຄື່ອງຕໍ່ມາຢູ່ສະໜາມບິນສາກົນວັດໄຕ ໃນວັນທີ 12 ສິງຫາ 2020 ແລະ ເຂົ້າຈໍາກັດບໍລິເວນຢູ່ໂຮງແຮມ ທີ່ທາງຄະນະສະເພາະກິດກຳນົດໄວ້ ແລະ ໄດ້ກັ່ນກອງອຸນຫະພູມ ແລະ ເກັບຕົວຢ່າງຢູ່ສະໜາມບິນສາກົນວັດໄຕ ຕໍ່ມາວັນທີ 13 ສິງຫາ 2020 ຜົນກວດອອກມາເປັນບວກ ຈຶ່ງໄດ້ສົ່ງຜູ້ກ່ຽວເຂົ້າແຍກປ່ຽວນອນຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍມິດຕະພາບ

 

ກໍລະນີ ທີ່ 22 ເປັນເພດຍິງ ອາຍຸ 25 ປີ ເປັນນັກສຶກສາລາວ ກັບມາຈາກ ສະຫະລັດ ອາເມລິກາ

ເຊີ່ງກໍລະນີ ທີ 22 ໄດ້ເດີນທາງມາຈາກ ເມືອງຊີອາໂຕ ສະຫະລັດອາເມຣິກາ ໃນວັນທີ 10 ສິງຫາ 2020 ເດີນທາງຜ່ານ ສ. ເກົາຫລີ ເມືອງອິນຊອນ ເດີນທາງດ້ວຍຖ້ຽວບິນດຽວກັນກັບກໍລະນີທີ 21 ພາຍຫລັງເດີນທາງມາຮອດສະໜາມບິນສາກົນວັດໄຕ ກໍໄດ້ເກັບຕົວຢ່າງມາກວດ ຜົນການກວດອອກມາກໍເປັນບວກ ຈາກນັ້ນໄດ້ສົ່ງໄປແຍກປ່ຽວ ແລະ ຕິດຕາມອາການຢູ່ໂຮງໝໍມິດຕະພາບ

ສ່ວນຜູ້ໂດຍສານ ແລະ ຜູ້ໃກ້ຊິດທີ່ຂີ່ຍົນມາລໍາດຽວກັນ ກໍໄດ້ເກັບຕົວຢ່າງມາກວດຄືນ ເຊິ່ງຜົນກວດເປັນລົບ ແລະ ສືບຕໍ່ກັກບໍລິເວນຢູ່ສູນທີ່ທາງຄະນະສະເພາະກຳໄວ້ຈົນກວ່າຈະຄົບ 14 ວັນ. ສໍາລັບການຕິດຕາມອາການກໍລະນີທີ 20 ທີ່ນອນປິ່ນປົວຕິດຕາມອາການຢູ່ໂຮງໝໍມິດຕະພາບ ປັດຈຸບັນ ເຫັນວ່າຜູ້ກ່ຽວມີອາການປົກກະຕິ ແລະ ສືບຕິດຕາມອາການຢ່າງໃກ້ຊິດ

ຂ່າວທົ່ວໄປ