ນະຄອນຫຼວງວຽງຈັນ: ຕອນບ່າຍວັນທີ 31/10/2020, ສາວລີນາ ໄດ້ໄປພົບ ພົນລະເມືອງດີ 3 ທ່ານ ທີ່ຊ່ວຍຈັບກຸມ ຄົນຮ້າຍທີ່ກໍ່ເຫດດຶງກະເປົາ ໃນວັນທີ່ 22 ຕຸລາ ຜ່ານມາ, ຈົນເປັນຂ່າວດັງທົ່ວເມືອງລາວ. “ໃນວິລະກໍາ ໄລ່ຕໍາໂຈນດືງກະເປົາ”
ທາງເພຈ Aps ໄດ້ໂພດວ່າ : “Aps Garage ຂອບໃຈ ສາວລີນ້າ ຜູ້ຖືກເຄາະຮ້າຍຈາກເຫດການດຶງກະເປົາທີ່ເສັ້ນທາງT4 ໄດ້ເຂົ້າມາສະແດງຄວາມຮູ້ບຸນຄຸນ ດ້ວຍການມອບສິນນໍ້າໃຈເລັກນ້ອຍໃຫ້ແກ່ພວກເຮົາ ຕໍ່ໄປໃຫ້ເຈົ້າມີແຕ່ໂຊກແຕ່ຫມານ ແຂງແຮງລໍ້າລວຍເດີ້
ສະແດງຄວາມຊົມເຊີຍອີກຄັ້ງສໍາລັບພົນລະເມືອງດີທີ່ຊ່ວຍຈັບຄົນຮ້າຍ.
ກ່ອນໜ້ານີ້, ສາວລີນາ ກໍ່ໄດ້ແບ່ງເງິນທີ່ໄດ້ຈາກການບໍລິຈາກຂອງສັງຄົມ ໃຫ້ທາງພີ່ນ້ອງເຊໂປນທີ່ປະສົບໄພນໍ້າຖ້ວມ 5 ລ້ານກີບ.