ນ້ອງພອຍ ນາງຟ້າຜູ້ເສຍສະລະ ຕໍ່ລົມຫາຍໃຈ 6 ຊີວິດທີ່ຍັງຢູ່

ນ້ອງພອຍ ນາງຟ້າຜູ້ເສຍສະລະ ຕໍ່ລົມຫາຍໃຈ 6 ຊີວິດທີ່ຍັງຢູ່

ນ້ອງພອຍ ເດັກຍິງອາຍຸ 14 ຜູ້ເສຍຊີວິດຈາກອຸບັດຕິເຫດໄດ້ຮັບກະທົບກະເທືອນທາງສະໝອງ ມີອາການສະໝອງຕາຍ ແມ່ລາວໄດ້ຕັດສິນໃຈນຳອະໄວຍະວະຂອງນ້ອງພອຍບໍລິຈາກ ເພື່ອນຳອະໄວຍະວະຂອງນ້ອງພອຍໄປຊ່ວຍຊີວິດ ໃຫ້ກັບຜູ້ປ່ວຍຄົນອື່ນຢ່າງຮີບດ່ວນ

ເມື່ອວັນທີ່ 29 ກັນຍາ. 63 ທີ່ຜ່ານມາ ນ້ອງພອຍ ດ.ຍ.ລະພີພັດ ສຸກຍ້ອຍ ອາຍຸ 14 ປີ ໄດ້ປະສົບອຸບັດຕິເຫດທາງລົດຈັກໄດ້ຮັບບາດເຈັບຢ່າງສາຫັດ ຈຶ່ງເຂົ້າຮັກສາຕົວທີ່ໂຮງພະຍາບານມະຫາລາດ ນະຄອນສີທຳມະລາດ ຈົນກະທັ່ງວັນທີ່ 3 ຕຸລາ 63 ທີມແພດຢືນຢັນວ່ານ້ອງພອຍມີອາການສະໝອງຕາຍ

ແລະຫລ່າສຸດ ຕອນເຊົ້າວັນນີ້ (4 ຕຸລາ 63)ແມ່ຂອງນ້ອງພອຍ ໄດ້ຕັດສິນໃຈມອບອະໄວຍະວະຂອງລູກສາວ ໃຫ້ກັບສະພາກາຊາດເພື່ອຊ່ວຍຊີວິຕຜູ້ອື່ນຕໍ່ໄປ

ຫລັງຈາກນັ້ນທາງສະພາກາຊາດໄດ້ຊາບເລື່ອງລາວ ຈຶ່ງໄດ້ໃຫ້ຄະນະແພດແລະພະຍາບານຜູ້ຊ່ຽວຊານ ບິນດ່ວນຈາກກຸງເທບ ນຳເຄື່ອງມືສຳລັບການຂົນຍ້າຍອະໄວຍະວະ ມາຍັງ ຮພ.ມະຫາລາດນະຄອນສີທຳມະລາດ ແລະເຂົ້າກວດເບິ່ງພາວະຮ່າງກາຍຂອງນ້ອງພອຍພາຍໃນຫ້ອງໄອຊີຢູ ພົບວ່າໄດ້ເກີດພາວະຄວາມດັນລົດຕ່ຳລົງ

ຫລັງຈາກນັ້ນທາງຄະນະແພດແລະພະຍາບານຈຶ່ງໄດ້ຮິບເຄື່ອນຍ້າຍຮ່າງຂອງນ້ອງພອຍເຂົ້າສູ່ຫ້ອງຜ່າຕັດ ເພື່ອຈະນຳອະໄວຍະວະຂອງນ້ອງພອຍໄປຊ່ວຍຊີວິດໃຫ້ກັບຜູ້ປ່ວຍຄົນອື່ນຢ່າງຮີບດ່ວນ ຕະລອດທາງຂະນະເຄື່ອນຍ້າຍຮ່າງນ້ອງພອຍ ມີຄະນະແພດແລະພະຍາບານໄດ້ຢືນສະແດງຄວາມເຄົາລົບ ຕໍ່ຮ່າງຂອງນ້ອງພອຍດ້ວຍ

ນ.ສ.ພອນນະທິບ ສຸກຍ້ອຍ ອາຍຸ 31 ປີ ແມ່ຂອງນ້ອງພອຍ ເລົ່າວ່າ ນ້ອງປະສົບອຸບັດຕິເຫດລົດຈັກລົ້ມ ແລ້ວຫົວໄປກະແທກເຮັດໃຫ້ເລືອດອອກໃນສະໝອງ ກະໂຫລກຫົວແຕກ ຕົ້ນຄໍເສຍຫາຍ ໄຂສັນຫລັງເສຍຫາຍ ເມື່ອແພດຢືນຢັນວ່າສະໝອງຕາຍແລ້ວ ແມ່ຈຶ່ງຕັດສິນໃຈບໍລິຈາກອະໄວຍະວະນ້ອງພອຍ ເພື່ອຊ່ວຍເຫລືອຊີວິດຄົນອື່ນຕໍ່ໄປ

ນາຍແພດສົມພອນ ສະຫະຈາທຸພັດ ຮອງ ຜອ.ຝ່າຍການແພດ ຮພ.ບາລົມມະຫາລາດ ເຜີຍວ່າ ນ້ອງພອຍໄດ້ເປັນສະພານບຸນ ບໍລິຈາກອະໄວຍະວະໃຫ້ຜູ້ອື່ນຫລາຍສ່ວນ ທັ້ງຕັບ ໄຕສອງຂ້າງ ລິ້ນຫົວໃຈ ຊຶ່ງສາມາດຕໍ່ຊີວິດໄດ້ອີກເຖິງ 6 ຊີວິດ ສ້າງກຸສົນຢ່າງຍິ່ງໃຫຍ່ໃຫ້ກັບຄອບຄົວນ້ອງພອຍ

ຂ່າວທົ່ວໄປ