ເກິດເຫດການສຸດຊ້ຳຫົວອົກຄົນເປັນແມ່ ເມື່ອຈັບໄດ້ວ່າສາມີໃຫມ່ ຊຶ່ງຢູ່ໃນຖານະພໍ່ລ້ຽງ ກະທຳຊຳເລົາລູກສາວອາຍຸ 14 ຊັ້ນມັດທະຍົມສຶກສາປີທີ່ 1 ຈົນຖືພາ ຫນຳຊ້ຳຍັງຈະຂໍຮັບຜິດຊອບໂດຍກາຍໃຫ້ເປັນເມຍທັງແມ່ແລະລູກ ເຫດເກີດຂື້ນທີ່ປະເທດເພື່ອນບ້ານ
ສພ.ແມ່ແຕງ ຈັງຫວັດຊຽງໃຫມ່ ນາງເລເລ່ ອາຍຸ 45 ປີ ຊາວເຂົາເຜົ່າລາຫູ່ ຊາວບ້ານຫມູ່ 16 ບ້ານປາງກຶ້ດ ຕຳບົນ ອິນທະຂິວ ອຳເພີ.ແມ່ແຕງ ຈັງຫວັດ.ຊຽງໃຫມ່ ພ້ອມກັບຍາດຕິພີ່ນ້ອງນັບສິບຄົນ ໄດ້ພາຕົວເດັກຍິງເອ (ນາມສມມຕິ) ອາຍຸ 14 ປີ ນັກຮຽນຊັ້ນມັດທະຍົມສຶກສາປີທີ່ 1 ໂຮງຮຽນແຫ່ງຫນຶ່ງ ໃນພື້ນທີ່ ອຳເພີຊຽງດາວ ຈັງຫວັດຊຽງໃຫມ່ ທີ່ຖືກພໍ່ລ້ຽງກະທຳອານາຈານ ແລະ ຂົ່ມຂືນກະທຳຊຳເລົາ ຈົນຖືພາແກ່ ແລະ ຈະເກີດອີກບໍ່ກີ່ອາທິດທີ່ຈະເຖິງນີ້
ໂດທາງຄອບຄົວໄດ້ພາເດັກຍິງຄົນດັ່ງກ່າວ ເຂົ້າແຈ້ງຄວາມຕໍ່ພະນັກງານສອບສວນ ສພ.ແມ່ແຕງ ຊຶ່ງທາງເຈົ້າຫນ້າທີ່ຕຳຫຼວດໄດ້ສົ່ງຕົວໄປໃຫ້ແພດໂຮງຫມໍແມ່ແຕງກວດຮ່າງກາຍຕາມຂະບວນການສອບສວນ
ເດັກຍິງເອ ໄດ້ເປິດໃຈກັບຜູ້ສື່ຂ່າວວ່າ ເມື່ອຊ່ວງປະມານຕົ້ນເດືອນ ພະຈິກ ປີທີ່ຜ່ານມາ ໄດ້ຖືກພໍ່ລ້ຽງຊຶ່ງເປັນຜົວໃຫມ່ຂອງແມ່ ທີ່ຢູ່ກິນກັນມາເຖິງ 7 ປີ ຂົ່ມຂືນກະທຳຊຳເລົາ ຂະນະທີ່ແມ່ອອກໄປເຮັດວຽກ ແລະ ຫລັງຂົ່ມຂືນແລ້ວໄດ້ຂົມຂູ່ຕົນເອງວ່າ ຫ້າມບອກເລຶ່ອງນີ້ກັບໃຜເດັດຂາດ ພ້ອມກັບກີດກັນຍາດພີ່ນ້ອງບໍ່ໃຫ້ມີໃຜເຂົ້າມາຢ້ຽມຫາຕົນ
ຊຶ່ງຕົນນັ້ນກໍ່ຮູ້ສຶກຄຽດເປັນຫຼາຍ ແລະ ຂະນະທີ່ລົງມືອຂົ່ມຂືນຕົນນັ້ນ ພໍ່ລ້ຽງກໍ່ບໍ່ໄດ້ມີການປ້ອງກັນ ຈົນຕົນເອງນັ້ນປະຈຳເດືອນເລີ່ມບໍ່ມາ ແຕ່ກໍ່ບໍກ້າບອກໃຜ ເພາະຖືກຂົ່ມຂູ່ເອົາໄວ້ວ່າ ຫາກຕົນເປິດເຜີຍຄວາມຈິງກໍ່ຈະຂ້າຕົນແລະຂ້າແມ່ ດ້ວຍຄວາມຍ້ານຈຶ່ງເກັບຄວາມລັບເລື່ອງນີ້ໄວ້ຕະຫລອດ
ຈົນວັນນີ້ທ້ອງກໍ່ເລີ່ມໃຫຍ່ຂຶ້ນ ຈຶ່ງເລືອກທີ່ຈະເລົ່າຄວາມຈິງທັງຫມົດໃຫ້ແມ່ຟັງ ຊຶ່ງຈາກນັ້ນທາງແມ່ກໍ່ໄດ້ໄປແຈ້ງໃຫ້ນາຍບ້ານແລະພາມາແຈ້ງຄວາມກັບຕຳຫຼວດ
ທາງພີ່ນ້ອງຂອງຜູ້ເສຍຫາຍໄດ້ເລົ່າໃຫ້ຜູ້ສື່ຂ່າວຟັງວ່າ ຫລັງຈາກທີ່ນາຍບ້ານບ້ານປາງກຶ້ດໄດ້ຮັບແຈ້ງຈາກທາງແມ່ຂອງເດັກທີ່ຕົກເປັນເຫຍື່ອແລ້ວກໍ່ໄດ້ມີການນຳຊາວບ້ານລ້ອມຈັບພໍ່ລ້ຽງຫື່ນຄົນນີ້ເອົາໄວ້ໄດ້ ຊາບຊື່ຄືທ້າວຈະວະ ອາຍຸ 57 ປີ ເປັນ ຊຣບ.ຂອງຫມູ່ບ້ານອີກດ້ວຍ
ຈາກນັ້ນໄດ້ມີການນຳຕົວໄປຫາລືກັນຫາທາງອອກ ຊຶ່ງທາງພໍ່ລ້ຽງຫື່ນຄົນດັ່ງກ່າວກໍ່ໄດ້ມີຂໍ້ສະເຫນີໃຫ້ກັບທາງຄອບຄົວຂອງຜູ້ເສຍຫາຍວ່າ ຕົນຈະຮັບຜິດຊອບກໍ່ໄດ້ ແຕ່ຈະຂໍເອົາມາເປັນເມຍທັງແມ່ທັງລູກ ເຮັດໃຫ້ແມ່ຂອງຜູ້ເສຍຫາຍ ແລະ ຍາດພີ່ນ້ອງບໍ່ພໍໃຈ ຈຶ່ງບໍ່ສາມາດໄກ່ເກ່ຍໄດ້ແລະທ້າວຈະວະໄດ້ອາໄສຕອນທີ່ເຜີໄດ້ຫລົບຫນີໄປ
ຈາກນັ້ນ ທາງແມ່ແລະຍາດພີ່ນ້ອງຈຶ່ງໄດ້ພາລູກສາວເຂົ້າແຈ້ງຄວາມຮ້ອງທຸກຕໍ່ທາງພະນັກງານສອບສວນ ເພື່ອເອົາເລື່ອງໃຫ້ເຖິງທີ່ສຸດ
ແນວໃດກໍ່ຕາມທາງພະນັກງານສອບສວນ ສພ.ແມ່ແຕງ ກຳລັງຢູ່ໃນລະຫວ່າງລວບລວມພະຍານຫລັກຖານ ແລະ ປະສານທີມສະຫະວິຊາຊີບມາຮ່ວມສອບປາກຄຳຕົວຂອງຜູ້ເສຍຫາຍໃນຄະດີນີ້ ຊຶ່ງຫາກມີຫລັກຖານພຽງພໍກໍ່ຈະຂໍອະນຸມັດສານຈັງຫວັດຊຽງໃຫມ່ ອອກຫມາຍຈັບພໍ່ລ້ຽງຫື່ນມາດຳເນິນຄະດີຕາມກົດຫມາຍຕໍ່ໄປ