ອຸທາຫອນ! ສາວຫຼຸດຄວາມອ້ວນດ້ວຍການກິນຢາຊຸດ ຜົນຕອບຮັບເຈັບແສບຫຼາຍ ເກືອບເອົາຊີວິດຖິ້ມລ້າ

ອຸທາຫອນ! ສາວຫຼຸດຄວາມອ້ວນດ້ວຍການກິນຢາຊຸດ ຜົນຕອບຮັບເຈັບແສບຫຼາຍ ເກືອບເອົາຊີວິດຖິ້ມລ້າ

ປັດຈຸບັນ ຕ້ອງຍອມຮັບວ່າການຫຼຸດນໍ້າໜັກ ສ້າງຮຸ່ນຜອມພຽວ ຄີງບາງຮ່າງນ້ອຍ ເປັນສິ່ງທີ່ສາວໆຫຼາຍຄົນພະຍາຍາມເຮັດ ແລະ ຫາທຸກວິທີທາງເພື່ອໃຫ້ໄດ້ມາສິ່ງທີ່ຕ້ອງການ ແຕ່ທຸກຄົນກໍ່ຈະມີວິທີການທີ່ແຕກຕ່າງກັນ ບາງຄົນຄວບຄຸມອາຫານຄວບຄູ່ໄປກັບການອອກກໍາລັງກາຍ, ບາງຄົນອາໄສທາງລັດກິນອາຫານເສີມ ຫຼື ຢາຫຼຸດຄວາມອ້ວນ ແຕ່ແນ່ນອນ ທຸກຢ່າງມັນມີຜົນຕອບຮັບທີ່ແຕກຕ່າງກັນ ບາງຄົນໂຊກຮ້າຍແມ່ນມີຜົນຂ້າງຄຽງເຖິງຂັ້ນເສຍຊີວິດກໍ່ມີ.

ຫຼ້າສຸດ ແອັດມິນໄດ້ພົບເຫັນເລື່ອງລາວການຫຼຸດຄວາມອ້ວນຂອງສາວຄົນໜຶ່ງ ທີ່ອາໄສການກິນຢາຊຸດ ແລະເກີດຜົນຂ້າງຄຽງທີ່ເປັນອັນຕະລາຍ ຈຶ່ງຢາກຍົກຂຶ້ນມາເປັນອຸທາຫອນເຕືອນຜູ້ທີ່ຕ້ອງການຫຼຸດນໍ້າໜັກຢູ່ຕອນນີ້.

ເຊິ່ງເລື່ອງລາວດັ່ງກ່າວຖືກນໍາມາເຜີນແຜ່ລົງສື່ອອນລາຍຜ່ານຜູ້ໃຊ້ເຟສບຸກຊື່ Khaimouk Moukky ທີ່ໄດ້ໂພສພາບພ້ອມຂໍ້ຄວາມລະບຸໄວ້ວ່າ:  ເຕືອນໄພ ຢາລົດຄວາມອ້ວນຢາຊຸດ; ກ່ອນສິກິນຫຍັງໃຫ້ສຶກສາດີໆກ່ອນເດີ ເບິ່ງທັ້ງສຸຂະພາບໂຕເອງ ແລະ ຢາທີ່ຈະກິນ ມີ ອຍ ຫຼື ບໍ? ຢ່າເຫັນພຽງແຕ່ວ່າສິນຄ້ານີ້ ມີລີວິວຫຼາຍ ເພາະບໍ່ຮູ້ວ່າ ຄວາມເປັນຈິງ ເປັນແນວໃດ ບໍ່ຊັ້ນສິເປັນຄືເອື້ອຍຂ້ອຍ ຢາກງາມຫຼາຍ ສຸດທ້າຍອັນຕະລາຍເກືອບເສຍຊີວິດຍ້ອນ.

Posted by Khaimouk Moukky on Wednesday, August 26, 2020

ຢາທີ່ກິນເຫັນຜົນຕັ້ງແຕ່ແລກກິນ ກິນພຽງມື້ດຽວ ມຶ້ທີ່2ກະອອກລິດແລ້ວ ອາການມັນແມ່ນ : ວິນຫົວ ເຈັບທ້ອງນ້ອຍ ແບບຈຸກໆ ໜ່ວງໆ ໜັກກົ້ນຄ້າຍຄືປວດຖ່າຍແຕ່ຖ່າຍບໍ່ອອກ ເຈັບທ້ອງນ້ອຍຄ້າຍຄືມົດລູກປັ້ນ ໜ້າມືດ ແລະສິ້ນສຸດບ່ອນທີ່ເປັນລົມລົ້ມນອນລົງ. ດັ່ງນັ້ນ,  ຢາກເຕືອນໄພ ບ່າວສາວອວບອ້ວນ ແລະບ່າວສາວທີ່ຢາກຈ່ອຍທັງຫຼາຍ ກ່ອນສິກິນຫຍັງໃຫ້ສຶກສາດີໆກ່ອນເດີ ກ່ອນສິເປັນແບບເອື້ອຍຂ້ອຍ ຝາກເຕືອນ ຝາກແຊຮຕໍ່ໆ ເຕືອນໄພຫຼາຍໆຄົນ.

ຂ່າວທົ່ວໄປ