ນັກຮ້ອງໃຈບຸນ “ບູ່ຣາຕິໂນ້” ບໍລິຈາກອຸປະກອນການແພດ ກ່ອງອະຄຣີລິກ 4ກ່ອງໃຫ້ໂຮງໝໍ150ຕຽງ

ນັກຮ້ອງໃຈບຸນ “ບູ່ຣາຕິໂນ້” ບໍລິຈາກອຸປະກອນການແພດ ກ່ອງອະຄຣີລິກ 4ກ່ອງໃຫ້ໂຮງໝໍ150ຕຽງ

ຫຼາຍຄົນຄົງຈະຍັງຈື່ຈຳໄດ້ ສຳລັບນ້ອງຮ້ອງສຽງມ່ວນໜ້າຕາດີຄົນນີ້ ໜຸ່ມ “ບູ່ຣາຕິໂນ້ ວົງປະກາຍ” ເພາະເພິ່ນໄດ້ຝາກຜົນງານເພງຮິດ ຕິດຫູໄວ້ໃນຕອນນັ້ນຢ່າງຫຼາຍຜົນງານ ເປັນຕົ້ນແມ່ນເພງ “ເຊົາຫຼາຍໃຈໄດ້ບໍ່” ແລະ ເພງ “ຂາດເຈົ້າຂາດໃຈ” ເຊິ່ງໄດ້ກະແສຕອບຮັບຢ່າງດີຈາກແຟນເພງ ແລະເມື່ອບໍ່ດົນມານີ້ເພິ່ນໄດ້ມີນໍ້າໃຈ ບໍລິຈາກ ກ່ອງອະຄຣີລິກ 4 ກ່ອງ ລວມມູນຄ່າ 2,800,000 ກີບ

ມອບໃຫ້ໂຮງໝໍ 150ຕຽງ ເຊິ່ງກ່ອງອະຄຣີລິກເປັນກ່ອງທີ່ສາມາດປ້ອງກັນການແພ່ກະຈາຍເຊື້ອລະຫວ່າງຄົນເຈັບ ແລະ ທ່ານໝໍໄດ້ ແລະ ທັງເປັນປະໂຫຍດຢ່າງຫຼວງຫຼາຍ ໃນວິກິດການແບບນີ້ ເພື່ອໃຫ້ທ່ານໝໍເພິ່ນໄດ້ນຳໃຊ້ກວດຫາເຊື້ອພະຍາດໂຄວິດ-19. ພວກເຮົາຂໍຊົມເຊີຍ ໜຸ່ມບູ່ຣາຕິໂນ້ ທີ່ເຫັນຄວາມສຳຄັນ ແລະ ມີນໍ້າໃຈຊ່ວຍເຫຼືອການປະຕິບັດວຽກງານຂອງທີມແພດໝໍ

ວັນທີ 31/1/20202​ ທີ່ຫາກໍຜ່ານມານີ້​ ໜຸ່ມ “ບູ່ຣາຕິໂນ້” ໄດ້ໂພສຜ່ານເຟສບຸກສ່ວນຕົວ ທີ່ມີເນື້ອໃນວ່າ “ມື້ນີ້ໄດ້ມອບອຸປະກອນການແພດ ເປັນກ່ອງອະຄຣີລິກປ້ອງກັນການແພ່ກະຈາຍເຊື້ອລະຫວ່າງຄົນເຈັບກັບຫມໍ ໃຫ້ທ່ານຫມໍໄວ້ກວດຫາເຊື້ອພະຍາດໂຄວິດ-19 ຈຳນວນ 4 ກ່ອງ ມູນຄ່າ 2,800,000 ກີບ ໃຫ້ແກ່ທີມແພດຫມໍ ໂຮງຫມໍ 150 ຕຽງ ຂອບໃຈຫມໍແນ່ງ Chandaly Ningnang Sitpraxay ສຳລັບການປະສານງານ, ຂອບໃຈຫມໍນຸ້ຍສຳລັບທຸລະປະສານງານພາກສະຫນາມ ຂອບໃຈ Aekaphonl Print Sign ທີ່ເຮັດໃຫ້ຢ່າງວ່ອງໄວ ແລະ ມີຄຸນນະພາບ ຂອບໃຈທິມງານຂອງເອກະພົນທີ່ຕາງຫນ້າໄປມອບໃຫ້”

ພວກເຮົາມີຄວາມສຸກ ແລະ ພູມໃຈທີ່ສຸດ ທີ່ເຫັນຄົນລາວອອກມາຊ່ວຍເຫຼືອກັນ ແລະ ຂອບໃຈທຸກພາກສ່ວນທີ່ຊ່ວຍເຫຼືອຸປະຖຳ ເຊື່ອຢ່າງຍິ່ງວ່າອີກບໍ່ດົນພວກເຮົາຈະຜ່ານວິກິດການນີ້ໄປພ້ອມກັນໄດ້ຢ່າງແນ່ນອນ

ຂ່າວທົ່ວໄປ