ໂພສໃນທະວິດເຕີພຽງ 1 ທະວີດ (tweet) ເຮັດໃຫ້ສາວ ແອັບເປິ້ນ – ສີສະຫງຽນ ສີຫາລາດ ເຖິງຂັ້ນອອກມາໂພສໂຕ້ຄືນ ເນື່ອງຈາກຜູ້ໂພສເຊິ່ງເປັນສາວໄທຄົນໜຶ່ງ ໄດ້ສະຫຼຸບເອົາເອງວ່າ ຜູ້ທີ່ກິນເຂົ້າໜຽວມັກຈະກໍ່ເຫດຮ້າຍ ແລະ ຜູ້ທີ່ມັກກິນເຂົ້າໜຽວກໍຄືຄົນລາວ. ເຫດນີ້ ສາວແອັບເປິ້ນຈຶ່ງອອກມາໂພສໂຕ້ຕອບ ບອກວ່າ ຄົນມັນຈະຊົ່ວ ຊາດໃດມັນກໍຊົ່ວ ບໍ່ໄດ້ກ່ຽວກັບຫຍັງທັງນັ້ນ ພ້ອມຕັ້ງຄຳຖາມວ່າ ເປັນຫຍັງຕ້ອງດຶງຄົນລາວເຂົ້າໄປກ່ຽວເພື່ອຫຍັງ
ໂພສຕົ້ນສະບັບທີ່ເຮັດໃຫ້ສາວແອັບເປິ້ນເຖິງຂັ້ນອອຫມາໂພສໂຕ້ ບໍ່ເຫັນດີນຳ ຖືກເຜີຍແຜ່ລົງໃນທະວິດເຕີໂດຍຜູ້ໃຊ້ຄົນໜຶ່ງເຊິ່ງຄາດວ່າເປັນສາວໄທ ເມື່ອເວລາ 10:41 ໂມງ ຂອງວັນທີ 9 ກຸມພາ 2020 ໂດຍມີເນື້ອໃນລະບຸວ່າ ຄົນຮ້າຍປຸ້ນຮ້ານຄຳ ເຮັດວຽກເປັນຜູ້ອຳນວຍການໂຮງຮຽນ ແລະ ມັກປືນ ມັກກິນເຂົ້າໜຽວ. ຄົນຮ້າຍຍິງສັງຫານທີ່ໂຄຣາດ ເປັນທະຫານ ແລະ ມັກປືນ ມັກກິນເຂົ້າໜຽວ, ທັງສອງມີຈຸດຄືກັນຄື ມັກກິນເຂົ້າໜຽວ. ຖ້າຈະສະຫຼຸບທາງອາຊະຍະວິທະຍາ ຈະພົບວ່າຄົນທີ່ມັກກິນເຂົ້າໜຽວມີໂອກາດກໍ່ເຫດຮ້າຍສູງ ແລ້ວໃຜທີ່ມັກກິນເຂົ້າໜຽວກໍຄືຄົນລາວ ໂພສດັ່ງກ່າວນີ້ ກ່ຽວໂຍງກັບເຫດການຍິງສັງຫານຄົນຈຳນວນຫຼາຍຢູ່ແຂວງນະຄອນຣສຊະສີມາ ເມື່ອຕອຍແລງຂອງວານນີ້ (8 ກຸມພາ 2020) ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 20 ຄົນ
ຂໍ້ຄວາມດັ່ງກ່າວສ້າງຄວາມບໍ່ພໍໃຈໃຫ້ກັບຫຼາຍຄົນ ໂດຍສະເພາະ ສາວ ແອັບເປິ້ນ ທີ່ເຖິງຂັ້ນອອກມາໂພສໂຕ້ແຍ້ງຜ່ານເຟສບຸກຂອງໂຕເອງວ່າ ຕົນເອງກໍມັກກິນເຂົ້າໜຽວ ຕ້ອງເປັນຄົນມັກກໍ່ເຫດຮ້າຍບໍ? ພ້ອມທັງກ່າວອີກວ່າ “ຄົນຈະຊົ່ວ ຊາດໃດມັນກໍຊົ່ວ ບໍ່ກ່ຽວກັບຊາດໃດ ບໍ່ກ່ຽວກັບຫຍັງທັງນັ້ນ ພ້ອມທັງຕັ້ງຄຳຖາມວ່າ ເຫດຫານກໍບໍ່ໄດ້ເຫີດຢູ່ລາວ ແລ້ວຈະມາດຶງຄົນລາວເຂົ້າໄປກ່ຽວ