ນາຍແພດນ້ອຍ ຈາກໄປຢ່າງສະຫງົບບໍລິຈາກຮ່າງກາຍໃຫ້ອີກ 6 ຊີວີດທີ່ຍັງຢູ່

ນາຍແພດນ້ອຍ ຈາກໄປຢ່າງສະຫງົບບໍລິຈາກຮ່າງກາຍໃຫ້ອີກ 6 ຊີວີດທີ່ຍັງຢູ່

ໃນໂລກນີ້ ຮູ້ແຕ່ມື້ນີ້ບໍ່ຮູ້ມື້ອື່ນບູຮານເພິ່ນວ່າໄວ້ ຄວາມຕາຍນີ້ແຂວນຄໍທຸກບາດຍ່າງຕື່ນມາມື້ອື່ນເຊົ້າຊີວິດຍັງຄ່ອຍວ່າຍັງກໍ່ແມ່ນຄວາມເພິ່ນເວົ້າ ແຕ່ສິ່ງໜຶ່ງທີ່ສຳຄັນສຸດແມ່ນວ່າ ກ່ອນຈາກໄປເຮົາໄດ້ເຮັດຫຍັງໄວ້ໃຫ້ຄົນທາງຫຼັງໄດ້ຊື່ນໃຈ? ສຳລັບນາຍແພດນ້ອຍຄົນນີ້ທີ່ແອັດມິນ Central Update ເອົາມາຝາກມື້ນີ້ ໄດ້ຊ່ວຍເຖິງ 6 ຊີວິດກ່ອນລາໂລກນີ້ກັບໄປເກີດໃໝ່.

ຫຼາຍນ້ອຍຈີນຄົນໜຶ່ງໄວ 7 ປີ ຢູ່ມົນທົນເຈີຈຽງ ເມືອງໂຈຊານໄດ້ປະສົບອຸບັດຕິເຫດທາງຖະໜົນຢ່າງສາຫັດ ເຮັດໃຫ້ຍາກທີ່ຈະຟື້ນກັບມາ ແຕ່ເດັກຄົນນີ້ມີຄວາມຝັນວ່າໃຫຍ່ມາຕົນຈະຕ້ອງເປັນໝໍໃຫ້ໄດ້ ໝາຍເຖິງຢາກເປັນຜູ້ຊ່ວຍຊີວິດຄົນໃນວັນຂ້າງໜ້າ ແຕ່ຕ້ອງດ່ວນຈາກໄປດ້ວຍເຫດບໍ່ຄາດຄິດ ພໍ່ແມ່ຈິ່ງຕັດສິນໃຈບໍລິຈາກອະໄວຍະວະຕ່າງໆໃນຮ່າງກາຍຂອງນ້ອງໃຫ້ຄົນອື່ນໆທີ່ກຳລັງໝົດຫວັງໄດ້ມີຊີວິດຢູ່ຕໍ່ໄປ.

ເດັກຊາຍຄົນນີ້ມີຊື່ວ່າ ຕົງຕົງ ເຊິ່ງຕົງຕົງເອງໄດ້ຈາກໄປຢ່າງສະຫງົບແລ້ວ ແຕ່ອະໄວຍະວະຂອງລາວຖືກສົ່ງຕໍ່ໃຫ້ອີກ 6 ຊີວິດທີ່ກຳລັງນອນໄຮ້ຄວາມຫວັງໄດ້ກັບມາມີຊີວິດຊີວາ ມີຄວາມຫວັງມິອະນາຄົດອີກຄັ້ງ ນັ້ນຖືເປັນບຸນອັນມະຫາສານຂອງ ຕົງຕົງແລ້ວ ຂໍໃຫ້ເຈົ້າຊາຍນ້ອຍຈົ່ງໄປເກີດໃໝ່ໃຫ້ປອດໄພໃນຊາດໜ້າເນີ້!!!

ຂ່າວທົ່ວໄປ