ຊາຍໜຸ່ມເຄນຢາປອມເປັນໝໍ ຜ່າຕັດຄົນເຈັບໄດ້ສຳເລັດເຖິງ 8ເທື່ອ

ຊາຍໜຸ່ມເຄນຢາປອມເປັນໝໍ ຜ່າຕັດຄົນເຈັບໄດ້ສຳເລັດເຖິງ 8ເທື່ອ

ເອີ້ນໄດ້ວ່າເປັນເລື່ອງລາວຮືຮາເປັນຢ່າງຫຼາຍໃນຕ່າງປະເທດ ຫຼັງຈາກມີຊາຍຄົນໜຶ່ງທີ່ປອມຕົວເປັນ ທ່ານໝໍ ໄດ້ຢ່າງນຽນ ເຊິ່ງຊາຍຜູ້ນີ້ມີນາມວ່າ “Ronald Melly” ເປັນຄົນປະເທດເຄນຢາທີ່ປອມຕົວເປັນໝໍໃນຮງໝໍ Kapsabet County Referral Hospital ແຖມຍັງເຮັດການຜ່າຕັດຄົນເຈັບໄດ້ສຳເລັດເຖິງ 8ເທື່ອອີກດ້ວຍ.

ເວັບໄຊຕ໌ຕ່າງປະເທດລາຍງານວ່າ ເລື່ອງລາວເກີດຂຶ້ນ ໃນເມືອງNandi ບໍລິເວນທາງເໜືອຂອງປະເທດເຄນຢາໂດຍລາຍລະອຽດຕ່າງໆ ຖືກບັນທຶກລົງໃນລາຍງານຂອງທາງສຳນັກງານສາທາລະນະສຸກຂອງແຂວງ.

ທ່ານ Edward Serem ຜູ້ອຳນວຍການສຳນັກງານສາທາລະນະສຸກ ກໍ່ໄດ້ອອກມາເຜີຍລາຍລະອຽດໃນລາຍງານວ່າ Ronald ໄດ້ເຮັດການຜ່າຕັດຄົນເຈັບມາແລ້ວ 9ຄົນ ໂດຍຊື່ຂອງຄົນເຈັບນັ້ນຖືກບັນທຶກລົງໃນລາຍງານທັງໝົດ ແຕ່ໃນຊ່ວງເດືອນ ມິຖຸນາຫາເດືອນກໍລະກົດ ຄົນເຈັບຄົນທີ່ 9 ເສຍຊີວິດລົງ ເນື່ອງຈາກມີອາການແຊກຊ້ອນຢູ່ໃນໄລຍະທີ່4ແຕ່ຢ່າງໃດກໍ່ຕາມ Ronald ແລະທີມແພດກໍ່ເຄີຍຊ່ວຍເຫຼືອເດັກນ້ອຍໃນທ້ອງຂອງຄົນເຈັບເອົາໄວ້ໄດ້.

ທັງນີ້ ຫຼັງຈາກ Ronald ຖືກຈັບກຸມຕົວ Norbert Maiyo ປະທານສະຫະພັນສາທາລະນະສຸກກໍ່ຖືກເອີ້ນມາເພື່ອຝຶກອົບຮົມ ການປະຕິບັດງານແບບແພດວິຊາຊີບໃຫ້ກັບ Ronald ເພື່່ອໃຫ້ພ້ອມເຮັດວຽກໄດ້ຕໍ່ໄປ ສ່ວນທາງຄອບຄົວຂອງ Ronald ທີ່ຫາກໍ່ຮູ້ຂ່າວນັ້ນກໍ່ພາກັນປະຫຼາດໃຈຫຼາຍ ເພາະເທົ່າທີ່ຮູ້ຄືລູກຊາຍຂອງຕົນເອງຮຽນໜັງສືບໍ່ເກັ່ງ ບໍ່ເຄີຍເຂົ້າຄອສຮຽນດ້ານການແພດແຕ່ມັກເບິ່ງເລື່ອງການແພດທາງອິນເຕີເນັດ ມາຮູ້ອີກບາດນີ້ກໍ່ຄືລູກໄດ້ຜ່າຕັດຄົນເຈັບໄປແລ້ວ ແລະ ຜົນຈາກຄະດີເທື່ອນີ້ ກໍ່ເຮັດໃຫ້ທາງລັດຖະບານເລັ່ງທຳການກວດສອບສະຖານທີ່ສາທາລະນະສຸກ 800ກວ່າແຫ່ງ.

ຂ່າວທົ່ວໄປ