ເມື່ອວັນທີ່ 24 ກໍລະກະດາ 2563 ສຳນັກຂ່າວບີບີຊີລາຍງານວ່າ ເດັກຍິງອິນເດຍ ອາຍຸ14 ປີ (ບໍ່ເປີດເຜີຍຊື່) ຜູ້ປ່ວຍຕິດເຊື້ອໄວຣັສໂຄໂລນາ ຊີວິດທຸກຊ້ຳ ຫລັງຖືກຂົ່ມຂືນໃນຫ້ອງນ້ຳ ພາຍໃນສູນກັກກັນຜູ້ປ່ວຍໂລກໂຄວິດ 19 ໂດຍຄົນຮ້າຍຜູ້ກໍ່ເຫດຄືເດັກຫນຸ່ມ ອາຍຸ 19 ປີ ແລະເພື່ອນ ທີ່ຕ່າງເປັນຜູ້ປ່ວຍດ້ວຍກັນ
ເຫດການດັ່ງກ່າວເກີດຂຶ້ນເມື່ອວັນທີ່ 15 ກໍລະກະດາ ແຕ່ຫາປາກົດເປັນຂ່າວເມື່ອໄວ ໆ ນີ້ ໂດຍໃນວັນເກີດເຫດ ຍິງສາວໄດ້ໄປເຂົ້າຫ້ອງນ້ຳ ກ່ອນຈະຖືກຊາຍຄົນຮ້າຍແລະເພື່ອນເຂົ້າຈູ່ໂຈມ ຊາຍຄົນຮ້າຍໄດ້ລົງມືຂົ່ມຂືນຍິງສາວ ພ້ອມກັບເພື່ອນຄອຍກັນປະຕູເອົາໄວ້ແລະຖ່າຍຄລິບວິດີໂອ
ຍິງສາວ ຄົນຮ້າຍຜູ້ກໍ່ເຫດ ກັບເພື່ອນຂອງຄົນຮ້າຍຕ່າງຕິດເຊື້ອໂຄໂຣນາໄວຣັສ ແລະເຂົ້າຮັບການຮັກສາທີ່ສູນກັກກັນໂລກໂຄວິດ-19 ໃນກຸງນິວເດລີ ຊຶ່ງເປັນສູນກັກຕົວທີ່ໃຫຍ່ທີ່ສຸດໃນອິນເດຍ ແລະໃຫຍ່ທີ່ສຸດແຫ່ງຫນຶ່ງໃນໂລກ ສາມາດຮອງຮັບຜູ້ປ່ວຍໄດ້ 10,000 ຕຽງ ສູນແຫ່ງນີ້ມີຂຶ້ນສຳລັບຮອງຮັບຜູ້ປ່ວຍທີ່ມີອາການບໍ່ຮຸນແຮງຫລາຍ ແລະບໍ່ສະດວກ ຫລືບໍ່ສາມາດກັກຕົວຢູ່ບ້ານໄດ້ເອງ ຫລັງເກີດເຫດຍິງສາວໄດ້ບອກເລື່ອງທີ່ເກີດຂຶ້ນກັບຄອບຄົວຂອງລາວ ຊຶ່ງເປັນຜູ້ປ່ວຍກັກຕົວຢູ່ດ້ວຍກັນ ຈົນນຳໄປສູ່ການຈັບກຸມຄົນຮ້າຍແລະເພື່ອນໃນເວລາຕໍ່ມາ
ທາງຕຳລວດເປີດເຜີຍວ່າ ຂະນະນີ້ຄົນຮ້າຍທັ້ງ 2 ຄົນ ໄດ້ຖືກຄວບຄຸມຕົວໄປແລ້ວ ແຕ່ໃນຂະນະນີ້ຢັງຄົງຕ້ອງຢູ່ໃນສູນກັກກັນຂອງທາງເຣືອນຈຳຈົນກວ່າຈະຫາຍຈາກໂລກ ຊຶ່ງຈາກນັ້ນຈະມີການດຳເນີນຄະດີແລະສົ່ງຕົວຂຶ້ນສານຕໍ່ໄປ
ທັ້ງນີ້ ຕຳລວດບໍ່ໄດ້ເປີດເຜີຍລາຍລະອຽດເພິ້ມເຕີມ ເນື່ອງຈາກກຳລັງຢູ່ໃນລະຫວ່າງສືບສວນສອບສວນ