ສາມີຢາກຮູ້ລູກໃນທ້ອງພັນລະຍາ ເປັນຜູ້ຍິງຫລືຜູ້ຊາຍ

ສາມີຢາກຮູ້ລູກໃນທ້ອງພັນລະຍາ ເປັນຜູ້ຍິງຫລືຜູ້ຊາຍ

ເກີດເຫດພໍ່ຊາວອິນເດຍລົງມືຜ່າທ້ອງພັນລະຍາຕົນເອງ ເພື່ອກວດເບິ່ງວ່າລູກທີ່ເມຍອຸ້ມທ້ອງມາ 7 ເດືອນນັ້ນເປັນຜູ້ຊາຍຫລືບໍ່ຫລັງມີລູກສາວຕິດກັນມາແລ້ວ 5 ຄົນ ຈຶ່ງຢາກໄດ້ລູກຜູ້ຊາຍແດ່

ສຳນັກຂ່າວ DailyMailລາຍງານຂ່າວວ່າ ເຈົ້າຫນ້າທີ່ຕຳລວດເຂົ້າຈັບກຸມທ້າວປັນນາລັນ ຊາຍຈາກຣັຖອຸດຕອນປະເທດທາງຕອນເຫນືອຂອງປະເທດອິນເດຍ ພາຍຫລັງກໍ່ເຫດກັບພັນລະຍາຕົນເອງໄປເມື່ອວັນທີ່ 19 ກັນຍາ ທີ່ຜ່ານມາ ລາຍງານລະບຸວ່າເຂົາໃຊ້ອາວຸດປາຍແຫລມທຳຮ້າຍພັນລະຍາຕົນເອງ ທີ່ມີອາຍຸ 35 ປີແລະຕັ້ງທ້ອງໄດ້ 7 ເດືອນແລ້ວ

ເຈົ້າຫນ້າທີ່ປະວິນ ຊິງ ເຈົາອານ ຜູ້ຮັບຜິດຊອບຄະດີດັງກ່າວ ເປີດເຜີຍວ່າທາງຄອບຄົວຂອງທ້າວປັນນາລັນມີລູກສາວມາແລ້ວ 5 ຄົນ ເຮັດໃຫ້ການກໍ່ເຫດໃນຄັ້ງນີ້ເຊື່ອວ່າເຂົາຢາກຈະກວດເຊັກໃຫ້ແນ່ໃຈວ່າ ລູກທີ່ຢູ່ໃນທ້ອງພັນລະຍາເປັນລູກຊາຍຢ່າງທີ່ເຂົາຕ້ອງການຫລືບໍ່ ເບື້ອງຕົ້ນທ້າວປັນນາລັນຖືກຕຳລວດຄວບຄຸມຕົວເພື່ອສອບປາກຄຳ ໂດຍໃຫ້ການວ່າບໍ່ໄດ້ຕັ້ງໃຈທຳຮ້າຍພັນລະຍາ ຫາກພຽງແຕ່ແກວ່ງອາວຸດໄປໃສ່ພັນລະຍາ ບໍ່ຄິດວ່າຈະເຮັດໃຫ້ໄດ້ຮັບບາດເຈັບຂະນາດນີ້

ທັ້ງນີ້ສັງຄົມອິນເດຍປັດຈຸບັນ ຍັງຄົງໃຫ້ຄວາມສຳຄັນແກ່ເດັກເພດຊາຍຫລາຍກວ່າເດັກເພດຍິງ ເພາະຄິດວ່າການມີເດັກຜູ້ຊາຍໃນບ້ານຈະຊ່ວຍໃຫ້ຄອບຄົວມີຖານະລ່ຳລວຍຫລາຍກວ່າເດັກຜູ້ຍິງ ຈຶ່ງເຮັດໃຫ້ມີການເຮັດແທ້ງລູກເກີດຂຶ້ນເມື່ອຮູ້ວ່າລູກໃນທ້ອງເປັນເດັກຜູ້ຍິງ ສ່ວນເດັກໃນທ້ອງຂອງພັນລະຍາທ້າວປັນນາລັນໄດ້ເສຍຊີວິດຢ່າງໜ້າສົງສານ ສ່ວນພັນລະຍາອາການສາຫັດ…

ຂ່າວທົ່ວໄປ