ນ້ອງນີເວຍ ລູກບຸນທຳ ເສ່ຍເຕີ້ຍ ກາບສົບພໍ່ ພ້ອມອະດິດພັນລະຍາເຈ້ອໍ ຮ່ວມງານສົບ

ນ້ອງນີເວຍ ລູກບຸນທຳ ເສ່ຍເຕີ້ຍ ກາບສົບພໍ່ ພ້ອມອະດິດພັນລະຍາເຈ້ອໍ ຮ່ວມງານສົບ

ລູກບຸນທຳເຄົາລົບສົບເສ່ຍເຕີ້ຍ – ວັນທີ່ 25 ພຶດສະຈິກາ. ຜູ້ສື່ຂ່າວລາຍງານວ່າຕອນບ່າຍມື້ນີ້ຕຽມພິທີຊາປະນະກິດສົບເສ່ຍເຕີ້ຍ 50 ລ້ານ ສົມພາດ ສຸໄທກຸນ ອະດີດສາມີເຈ້ອໍ 90 ລ້ານ ໂດຍຕຽມເຄື່ອນຍ້າຍຮ່າງເສ່ຍເຕີ້ຍຈາກບ້ານໄປເຜົາທີ່ວັດບ່າຍນີ້ ຂະນະທີ່ເຈ໊ອໍ ອະດີດພັນລະຍາຂົນເຄື່ອງດື່ມມາຊ່ວຍງານສົບ 1 ຄັນລົດກະບະ

ບ່າຍນີ້ແລ້ວຈະມີພິທີຊາປະນະກິດ ເສ່ຍເຕີ້ຍ ຊຶ່ງເຈ້ອ໋ຈະເດີນທາງຮ່ວມງານ ໂດຍຜູ້ສື່ຂ່າວລາຍງານວ່າ ທີ່ບ້ານເສ່ຍເຕີ້ຍ ບ້ານຄຳບອນ ຈ.ອຸດອນທານີພີ່ນ້ອງແລະຄອບຄົວໄດ້ລ້ຽງເພນພະ ແລະຕຽມເຄື່ອນຍ້າຍສົບເສ່ຍເຕີ້ຍໄປວັດປ່າຯ ບ່າຍໂມງ

ຂະນະທີ່ແມ່ແລະເອື້ອຍເຈ້ອ໋ກໍເດີນທາງມາເຖິງບ້ານເສ່ຍເຕີ້ຍແລ້ວ ສ່ວນເຈ໊ອ໋ຈະເດີນທາງໄປທີ່ວັດເຄາະໂລງບອກອະດີດສາມີຂໍອະໂຫກຳຊຶ່ງກັນແລະກັນ ພ້ອມສົ່ງວິນຍານເປັນຄັ້ງສຸດທ້າຍ

ຜູ້ສື່ຂ່າວລາຍງານວ່າ ທາງຄອບຄົວເຈ້ອ໋ ຜູ້ດູແລນ້ອງນີເວຍ ອາຍຸ 4 ປີ ລູກບຸນທຳຂອງເສ່ຍເຕີ້ຍ ໄດ້ອຸ້ມນ້ອງນີເວຍມາເຄົາລົບສົບພໍ່ແລ້ວ ທັ້ງນີ້ຫລາຍຄົນຈັບຕາວ່າມື້ນີ້ຈະມີການເປິດພິໄນກຳຂອງເສ່ຍເຕີ້ຍ ຕ້ອງເບິ່ງວ່າມໍລະດົກທັ້ງຫມົດຂອງເສ່ຍເຕີ້ຍຈະມອບໃຫ້ກັບໃຜແດ່

ຂະນະດຽວກັນ ຍາດໄດ້ເປີດເພງ ໃຈສາລະພາບ ຮ້ອງໂດຍ ກັອດ ຈັກກະພັນ ຊຶ່ງເປັນເພງທີ່ເສ່ຍເຕີ້ຍມັກຟັງຫລາຍ ຕະລອດທັ້ງງານສົບ

ຂ່າວທົ່ວໄປ