ເຂື່ອນໄຟຟ້ານ້ຳງື່ມ 1 ບໍລິສັດຜະລິດໄຟຟ້າລາວມະຫາຊົນ ຝ່າຍຜະລິດແຈ້ງການ ອອກແຈ້ງການ ເຖິງຫ້ອງວ່າການປົກຄອງແຂວງວຽງຈັນ ຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ ແລະອົງການປົກຄອງທ້ອງຖິ່ນທຸກຂັ້ນ ຕະຫຼອດຮອດປະຊາຊົນທີ່ອາໄສຢູ່ຕາມສາຍນ້ຳງຶ່ມຕອນລຸ່ມ ເລື່ອງຂໍລະບາຍນ້ຳຜ່ານເຕື່ອງຈັກຂອງເຂື່ອນເຂື່ອນໄຟຟ້ານ້ຳງຶ່ມ 1 ໃນຊ່ວງພະຍຸນັ່ງກາ nangka ລະຫວ່າງວັນທີ່15-18ຕຸລາ 2020
ເຂື່ອນໄຟຟ້ານ້ຳງື່ມ-1 ແຈ້ງມາຍັງທ່ານຊາບວ່າປັດຈຸບັນ ຈະມີພາຍຸພັດຜ່ານ ເຂດອ່າງໂຕ່ງນ້ຳງື່ມ,ຕາມ ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນ ແລະ ລະດັບນ້ຳໃນອ່າງ ຂອງເຂື່ອນຟຟ້ານ້ຳງື່ມ-1 ເທົ່າກັບ 21.43.masl ເຊິ່ງເປັນລະດັບນ້ຳທີ່ໃກ້ຈະເຕັມອ່າງ, ຍັງເຫຼືອຊ່ອງຫວ່າງທີ່ສາມາດຮັບນ້ຳໄດ້ 283 ລ້ານ m3 ຫຼື ຍັງເຫຼືອ 0.87 m ຈະເຕັມອ່າງ ແລະ ເຂື່ອນໄຟຟ້ານ້ຳງື່ມ-1 ມີຄວາມຈຳເປັນຕ້ອງໄດ້ລະບາຍນ້ຳເພີ່ມຂຶ້ນ ໂດຍຜ່ານເຄື່ອງຈັກ ເພື່ອຮອງຮັບນ້ຳໃໝ່ທີ່ຈະເຂົ້າມາໃນອ່າງຂອງເຂື່ອນໃນຊ່ວງພາຍຸດັ່ງກ່າວ.
ສະນັ້ນ, ເຂື່ອນໄຟຟ້ານ້ຳງື່ມ-1 ຂໍແຈ້ງມາຍັງ ຫ້ອງວ່າການປົກຄອງ ແຂວງວຽງຈັນ, ຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ ແລະ ຫ້ອງວ່າການປົກຄອງ ເມືອງວຽງຄຳ, ເມືອງ ແກ້ວອຸດົມ, ເມືອງທຸລະຄົມ, ເມືອງນາຊາຍທອງ, ເມືອງໄຊທານີ ແລະ ເມືອງປາກງື່ມ ຕະຫຼອດຮອດ ຜູ້ປະກອບການທຸລະກິດຮ້ານອາຫານເຮືອແພ, ປາກະຊັງ ແລະ ປະຊາຊົນທ້ອງຖີ່ນທີ່ອາໃສຢູ່ຕາມສາຍນໍ້າງື່ມຕອນລຸ່ມ ໃຫ້ມີສ່ວນຮ່ວມ, ມີການຕິດຕາມເຝົ້າລະວັງ ລະດັບນ້ຳທີ່ຈະເພີ່ມຂື້ນ ຕາມສາຍນ້ຳງື່ມ ແລະ ຕິດຕາມການແຈ້ງເຕືອນລະດັບນ້ຳຢ່າງໄກ້ຊິດ ເພື່ອຫຼີກລ້ຽງຜົນກະທົບທີ່ອາດຈະເກີດຂຶ້ນ.