ເປີດເຜີຍອາການທຣັມ ເລີ້ມຫາຍໃຈລຳບາກ ຫລັງຕິດເຊື້ອໂຄວິດ-19 ເລີ່ມມີໄຂ້ ຈົນຕ້ອງຂຶ້ນ ເອລີຄອບເຕີຈາກທຳນຽບຂາວສົ່ງເຂົ້າຮັກສາໃນໂຮງພະຍາບານ ແຫລ່ງຂ່າວເຜີຍ ‘ຮູ້ສຶກກັງວົນ’ ເພາະທຣັມມີອາການອ່ອນເພຍແລະເມື່ອຍຫຼາຍ
ເມື່ອ 3 ຕ.ຄ.63 ສຳນັກຂ່າວຊີເອັນເອັນແລະເວັບໄຊເດລີ່ເມນລາຍງານຄວາມຄືບຫນ້າກໍລະນີປະທານາທິບໍດີໂດນັດ ທຣັມ ແຫ່ງສະຫະລັດອະເມລິກາ ອາຍຸ 74 ປີ ແລະພັນລະຍາ ເມລາເນຍ ທຣັມ ຜົນກວດອອກມາພົບຕິດເຊື້ອໄວຣັສໂຄໂຣນາສາຍພັນໃຫມ່ ຫຣືອ ໂຄວິດ-19 ເມື່ອວັນສຸກທີ່ 2 ຕຸລາວ່າ ປະທານາທິບໍດີທຣັມ ໄດ້ຖືກນຳຕົວຂຶ້ນເອລິຄອບເຕີປະຈຳຕ່ຳແຫນ່ງຜູ້ນຳສະຫະລັດຯ ‘ມາຣີນ ວັນ’ ຈາກທຳນຽບຂາວ ໃນກຸງວໍຊິງຕັນ ດີ.ຊີ. ສົ່ງໄປນັກສາໃນໂຮງພະຍາບານທະຫານ Walter Reed National Military Medical Center (ວອນເຕີ ຣີດ ມິນລິທາລີ ເມດິຄອນ)ໃນລັດແມຣີແລນ ຊຶ່ງຢູ່ບໍລິເວນຊານກຸງວໍຊິງຕັນ ດີ.ຊີ. ເພື່ອຮັກສາອາການປ່ວຍດ້ວຍໂລກໂຄວິດ-19 ແລ້ວ ເມື່ອຕອນແລງວັນດຽວກັນ ເນື່ອງຈາກມີໄຂ້
ຈາກການເປີດເຜີຍຂອງແຫລ່ງຂ່າວ ທີ່ປຶກສາຄົນຫນຶ່ງຂອງປະທານາທິບໍດີທຣັມ ເຜີຍກັບຊີເອັນເອັນດ້ວຍຄວາມກັງວົນວ່າ ຂະນະນີ້ ປະທານາທິບໍດີທຣັມເລີ່ມມີອາການຫາຍໃຈລຳບາກ ຫລັງຈາກຖືກສົ່ງເຂົ້າຮັບການຮັກສາໃນໂຮງພຍາາບານວອນເຕີ ຣີດ ມິນລິທາລີ ໂດຍແຫລ່ງຂ່າວຍັງເຜີຍວ່າ ຕອນນີ້ມີຄວາມກັງວົນ ກ່ຽວກັບອາການປ່ວຍຂອງທຣັມ ເນື່ອງຈາກມີອາການເມື່ອຍ ແລະອ່ອນເພຍຫລາຍ
ເດລີ່ເມນ ລະບຸວ່າ ທຳນຽບຂາວຍັງຄົງງຽບກ່ຽວກັບອາການປ່ວຍຂອງທຣັມແລະເຈົ້າຫນ້າທີ່ຍັງຄົງກ່າວວ່າເຂົາຍັງສະບາຍດີ ແຕ່ເຈົ້າຫນ້າທີ່ຫລາຍຄົນໄດ້ບອກກັບຊີເອັນເອັນວ່າ ອາການປ່ວຍຂອງທຣັມຮຸນແຮງກວ່າ ເມລາເນຍ ພັນລະຍາ ພ້ອມກັບຢືນຢັນວ່າ ທຣັມຮູ້ສຶກອ່ອນເພຍ
ປະຊາຊົນຈ່ຳນວນຫຼາຍມາຢືນເບິ່ງບໍລິເວນປະຕູໂຮງພະນາບານ ວອນເຕີ ຣີດ ມິນລິທາລີ ເມດິຄອນ ຂະນະປະທານາທິບໍດີໂດນັດ ທຣັມ ເດິນທາງມາຮັກສາໃນໂຮງພະຍາບານ ຈາກອາການປ່ວຍດ້ວຍໂລກໂຄວິດ-19 ແລ້ວ ກ່ອນຫນ້ານີ້ ທຣັມ ຊຶ່ງນຸ່ງເສື້ອສູດ ແລະໃສ່ຫນ້າກາກອານາໄມ ໄດ້ເດີນຢ່າງຊ້າໆ ຕັດສະໜາມຫຍ້າໃນທຳນຽບຂາວ ເພື່ອໄປຂຶ້ນເອລິຄອບເຕີມາລິນ ທີ່ຈອດລໍຖ້າຢູ່ ໂດຍມີຫົວຫນ້າຄະນະທຳງານ ມາກ ມີໂດດ ແລະເຈົ້າຫນ້າທີ່ອາວຸໂສໃນທຳນຽບຂາວຫລາຍຄົນ ຊຶ່ງທຸກຄົນໃ່ສ່ຫນ້າກາກອະນາໄມຍ່າງມາສົ່ງປະທານາທິບໍດີທຣັມຂຶ້ນເອລິຄອບເຕີເພື່ອໄປສົ່ງໂຮງພະຍາບານ ຊຶ່ງຖືເປັນພາບທີ່ບໍ່ເຄີຍເຫັນສຳລັບທຣັມ ນັບຕັ້ງແຕ່ດຳລົງຕ່ຳແໜ່ງປະທານາທິບໍດີສະຫະລັດໃນປີ 2559