ແຈ້ງເຕືອນສະບັບສອງ! ໄຕ້ຝຸ່ນ ໂມລາເວ ກຳລັງມາ ດ້ວຍຄວາມໄວ 25 ກິໂລແມັດຕໍ່ຊົ່ວໂມງ
ພາຍຸໄຕ້ຝຸ່ນ ໂມລາເວ ຫົວທີ່ 18 ປະຈຳປີ 2020 ໃນເຂດດ້ານຕາເວັນຕົກຂອງມະຫາສະໝຸດປາຊີຟິກຕອນເໜືອ, ຊຶ່ງໃນເວລາ 07 ໂມງ 45 ນາທີ ຂອງວັນທີ 27 ຕຸລາ 2020 ມີຈຸດສູນກາງຢູ່ເສັ້ນຂະໜານ ທີ່ 13.3 ອົງສາເໜືອ ແລະ ເສັ້ນແວງທີ່ 114.9 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍ ຄວາມໄວ 25 ກິໂລແມັດຕໍ່ຊົ່ວໂມງ ແລະ ຄວາມໄວສູງ ສຸດຢູ່ໃກ້ຈຸດສູນກາງຂອງພະຍຸແມ່ນ 144 ກິໂລແມັດຕໍ່ຊົ່ວໂມງ.
ຄາດຄະເນວ່າ ພາຍຸຫົວນີ້ ຈະເຄື່ອນຂຶ້ນຝັ່ງທາງພາກກາງຂອງ ສສ ຫວຽດນາມ ໃນຕອນເຊົ້າຂອງວັນທີ 28 ຕຸລາ 2020 ແລະ ຈະສືບຕໍ່ເຄື່ອນທີ່ຜ່ານ ແຂວງ ເຊກອງ ແລະ ສາລະວັນ ໃນເວລາ 15 ໂມງ ຂອງວັນດຽວກັນ ຊຶ່ງເປັນຫົວທີ່ 6 ທີ່ເຄື່ອນທີ່ຜ່ານ ສປປ ລາວ ປະຈຳປີນີ້. ຈາກນັ້ນຈະອ່ອນກຳລັງລົງເປັນພາຍຸດີເປູ່ຊັ້ນ ແລະ ຍ່ອມຄວາມກົດດັນອາກາດຕໍ່ ເຄື່ອນທີ່ຜ່ານປະເທດໄທ ຕາມລຳດັບ.
ຊຶ່ງຈະເຮັດໃຫ້ມີຝົນຕົກໜັກ ຫາ ໜັກຫຼາຍ ພ້ອມມີລົມພັດແຮງຢູ່ບັນດາແຂວງ ພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 28 ຫາ 29 ຕຸລາ 2020 ນີ້, ຄາດຄະເນປະລິມານນ້ຳຝົນລວມໃນໄລຍະວັນທີ 28 ຕຸລາ 2020 ຢູ່ບັນດາແຂວງ ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື ຈະມີປະມານ 100 – 150 ມິນລີແມັດ ຕໍ່ມື້ ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ຮັບເຕັມໆ..