ທ່ານ ນາຍົກລັດຖະມົນຕີ ຕອບໂຕ້ຢ່າງມີສີສັນ ໃນຂໍ້ກ່າວຫາຂອງ ທ່ານ ໄມ ພົມເພວ ລັດຖະມົນຕີການຕ່າງປະເທດ ສະຫະລັດອາເມລິກາ

ທ່ານ ນາຍົກລັດຖະມົນຕີ ຕອບໂຕ້ຢ່າງມີສີສັນ ໃນຂໍ້ກ່າວຫາຂອງ ທ່ານ ໄມ ພົມເພວ ລັດຖະມົນຕີການຕ່າງປະເທດ ສະຫະລັດອາເມລິກາ

ທ່ານ ນາຍົກລັດຖະມົນຕິ ຕອບໂຕ້ຢ່າງມີສີສັນ ໃນຂໍ້ກ່າວຫາຂອງ ທ່ານ ໄມ ພົມເພວ ລັດຖະມົນຕີການຕ່າງປະເທດ ສະຫະລັດອາເມລິກາ ວັນ​ທີ 27 ຕຸ​ລາ​ນີ້ ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ​ໄດ້​ຜ່າ​ນ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ຕໍ່​ກອງ​ປະ​ຊຸມ​ຄັ້ງ​ທີ 10 ຂອງ​ສະ​ພາ​ແຫ່ງ​ຊາດ​ສະ​ໄໝ​ທີ 8 ໄດ້ຕອບໂຕ້ຢ່າງມີສີສັນ ຕໍ່ຖ້ອຍຄຳຖະແຫຼງ ຂອງທ່ານໄມ ພົມເພວ ວ່າ:ປະເທດລາວຍັງມີຄວາມຫຍຸ້ງຍາກຫຼາຍຢ່າງໃນການກໍ່ສ້າງພື້ນຖານໂຄງລ່າງ ຍັງຕ້ອງການສ້າງທາງຫຼວງ ທາງລົດໄຟ ຂົວ ສະໜາມບິນເປັນຈຳນວນຫຼວງຫຼາຍ.

ຖ້າ ທ່ານ ໄມ ພົມເພວເອົາໃຈໃສ່ຕໍ່ການພັດທະນາຂອງລາວຢ່າງແທ້ຈິງ ກໍຄວນສ້າງທາງຫຼວງ ສະໜາມບິນ ແລະ ພື້ນຖານໂຄງລ່າງອື່ນໆໃຫ້ແກ່ລາວ ຫາກບໍ່ແມ່ນໃສ່ຮ້າຍປ້າຍສີໂຄງການຮ່ວມມືລະຫວ່າງລາວກັບປະເທດອື່ນ… ທ່ານພ້ອມກ່າວວ່າ ເຖິງວ່າປະເທດລາວ ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

ບັນ​ຫາ​ໜີ້​ສິນ ແລະ ໄພ​ນ້ຳ​ຖ້ວມ​ທີ່​ເກີດ​ຂຶ້ນ​ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້ ແຕ່​ການ​ກໍ່​ສ້າງ​ໂຄງ​ການ​ໃຫຍ່​ຕ່າງໆ ເຊັ່ນ: ທາງ​ລົດ​ໄຟ​ລາວ-ຈີນ ທາງ​ດ່ວນ​ວຽງ​ຈັນ-ວັງ​ວຽງ​ເປັນ​ຕົ້ນ ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແຫ່ງ​ຊາດ​ລາວ ລັດ​ຖະ​ບານ​ມີ​ຄວາມ​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ການ​ຟື້ນ​ຄືນ​ຂອງ​ເສດ​ຖະ​ກິດ ແລະ ຈະ​ຮັກ​ສາຄາດ​ໝາຍ​​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໃນ​ປີ​ນີ້ບໍ່​ມີ​ການ​ປ່ຽນ​ແປງ ຄື 3,3%.- ທ່ານທອງລຸນ ກ່າວ

ຂ່າວທົ່ວໄປ