ມັກເປັນຕະຫຼອດປະກົດການແບບນີ້ ບໍ່ລື້ງທາງເປັນທາງບົກຍັງອັນຕະລາຍ ບາງຄັ້ງຂັບກາຍ, ບາງລາຍເລີຍໂຄ້ງ ອັນນີ້ທາງນ້ຳແຫ່ງໄປກັນໃຫຍ່ ໄດ້ແຕ່ຫວັງວ່າຈະປອດໄພທັງຄົນ ແລະລົດ.
ລາຍງານຂ່າວຈາກປະຊາຊົນ ລົດຕົກນ້ຳຍ້ອນບໍ່ລື້ງເສັ້ນທາງເພາະເສັ້ນທາງນີ້ລະດູຝົນບໍ່ສາມາດສັນຈອນໄປມາໄດ້ ເຫດເກີດທີ່ນ້ຳງໍບ້ານແສນພັນ ເມືອງບົວລະພາ ແຂວງຄຳມ່ວນ 30 ກັນຍາ 2020 ນີ້ເອງ.
ສະພາບລົດຈົມຢູ່ພື້ນນ້ຳ, ມີຄົນຈຳນວນຫຼາຍໄດ້ແຕ່ຢືນເບິ່ງລົດເປັນຄັນຈະຊ່ວຍໄດ້ແນວໃດ, ສ່ວນໂຊເຟີລົດເປັນແນວໃດບໍ່ມີລາຍງານ ແຕ່ທີມຂ່າວພວກເຮົາກໍ່ຫວັງວ່າຈະປອດໄພທັງຄົນທັງລົດ!!!