ເມື່ອວັນທີ 12 ກັນຍາຜ່ານມາໄດ້ມີຜູ້ທີ່ເຫັນເຫດການໄດ້ນຳເອົາຄລິບ ເຫດການໜຶ່ງມາລົງໃນເຟສບຸກ ເຊິ່ງບອກພຽງສັ້ນໆວ່າ ເຂົາໄດ້ເວົ້າກັນມາເປັນວັນແລ້ວແຕ່ລູກສາວບໍ່ຍອມເອົາຈິ່ງຕ້ອງບັງຄັບໃຫ້ຄືທີ່ເຫັນ…
ຫຼັງຈາກຄລິບນັ້ນຖືກກະຈາຍອອກໄປກໍ່ມີຫຼາຍສື່ເອົາໄປນຳສະເໜີຂ່າວ ສ່ວນໃຫຍ່ກໍ່ໂຈມຕີພໍ່ແມ່ທີ່ບໍ່ຮັກລູກ ບັງຄັບໃຫ້ລູກແຕ່ງງານ ຂາຍລູກ ຕ່າງໆນາໆແຕ່ຄວາມຈີງຂອງເລື່ອງນີ້ບໍ່ກ່ຽວກັບພໍ່ແລະແມ່ເລີຍ ສຳຄັນຕອນນີ້ຍິງໃນຄລິບແມ່ນປອດໄພກັບມາຢູ່ນຳແມ່ແລ້ວ.
ເລື່ອງຂອງເລື່ອງກໍ່ຄືວ່າ ຍິງສາວໃນຄລິບໄດ້ໄປແຕ່ງງານແລ້ວປະມານ 2 ປີ ແຕ່ເນື່ອງຈາກພາຍໃນຄອບຄົວບໍ່ສາມາດຢູ່ນຳກັນໄດ້ ເພາະຖືກເອົາລັດເອົາປຽບ ຫາເງິນຫາຄຳໄດ້ເທົ່າໃດຜົວກໍ່ບໍ່ໃຫ້ໃຊ້ໃຫ້ຈ່າຍ ຊີວິດຄູ່ບໍ່ມີທາງໄປ ດັ່ງນັ້ນ, ຈິ່ງໜີກັບມາເຮືອນຕົນເອງທີ່ເຄີຍຢູ່ ເພື່ອໃຫ້ພີ່ນ້ອງຊ່ວຍເຈລະຈາຢ່າຮ້າງຕາມຄວາມເໝາະສົມ ແຕ່ມາຮອດແລ້ວອ້າຍນ້ອງຄົນລະແມ່ບໍ່ໄດ້ຊ່ວຍ ແຕ່ພະຍາຍາມເກ້ຍກ່ອມໃຫ້ກັບຄືນ ຈົນສຸດທ້າຍໄດ້ຫາມຂຶ້ນລົດດັ່ງທີ່ເຫັນ ເຊິ່ງບໍ່ກ່ຽວກັບແມ່ຜູ້ເກີດລາວມາແຕ່ຢ່າງໃດ.
ແຮງຜູ້ຊາຍ 3-4 ຄົນຍິງຄົນດຽວ ຈະສູ້ໄດ້ແນວໃດ ຂໍໃຫ້ເລື່ອງນີ້ເປັນອຸທາຫອນ
ກ່າວເຖິງພໍ່ແມ່ ພໍ່ແມ່ນໄດ້ເສຍຊີວິດໄປແລ້ວຫຼາຍປີ, ແມ່ໄດ້ໄປແຕ່ງງານໃໝ່ ແລະປະລູກສາວໄວ້ນຳຄອບຄົວຂອງຜົວທີ່ເສຍຊີວິດໄປ ໃນນັ້ນ ມີອ້າຍຄົນລະພໍ່ເປັນດັ່ງເສົາຫຼັກຂອງຄອບຄົວ ຕາມທຳມະດາຂອງຮີດຄອງລຸກຈາກໃສໄປແຕ່ງງານເມື່ອມີບັນຫາຕ້ອງກັບໄປບ່ອນເກົ່າ ເພື່ອເວົ້າຄວາມກັນ, ອັນໜຶ່ງອີກສາວທີ່ຖືກບັງຄັບອາດຈະບໍ່ມີຄວາມຮູ້ເຖິງຂັ້ນຕ້ອງຂຶ້ນໂຮງຂຶ້ນສານເພື່ອແກ້ໄຂບັນຫາຄອບຄົວຕາມກົດໝາຍຈິ່ງວິ່ງເຕັ້ນຫາພີ່ນ້ອງຊ່ວຍໄກ່ເກ່ຍ ແຕ່ຍ້ອນບໍ່ແມ່ນບັນດາອ້າຍໆບໍ່ເອົາຫົວໃສ່ໃຈຊາຈິ່ງບັງຄັບໃຫ້ນ້ອງກັບໄປຢູ່ນຳຜົວ.
ແນວໃດກໍ່ຕາມ ຕາມການເປີດເຜີຍຂອງຜູ້ເປັນແມ່ເຊົ້າມື້ນີ້ລະບຸວ່າ ພາຍຫຼັງຮັບຮູ້ຂ່າວຕົນສົງສານລູກທີ່ສຸດ ແມ່ຄົນໃດຈະບໍ່ຮັກລູກ ແຕ່ການທີ່ຈະຂໍລູກສາວຄືນຕ້ອງໄດ້ເສຍເງິນໃຫ້ຝ່າຍຜູ້ຊາຍ ຄືນເງິນຄ່າດອງຄ່າແຕ່ງໃຫ້ ຕົນເຖິງຈະບໍ່ມີເງິນແຕ່ກໍ່ຫາທຸກວິທີທາງຊ່ວຍລູກສາວໃຫ້ຫຼຸດພົ້ນຈາກຜູ້ຊາຍທີ່ທຳຮ້າຍລູກສາວຕົນເອງ ໃຫ້ກັບຄືນມາສູ່ອ້ອມກອດ.
ເຊິ່ງຕອນນີ້ ແມ່ຍິງຜູ້ໂຊກຮ້າຍທີ່ໄດ້ຜົວບໍ່ສົມປາຖະໜາຄົນທີ່ປະກົດໃນຄລິບໄດ້ຖືກປ່ອຍຕົວກັບຄືນມາ ແລະ ລາວໄປຢູ່ນຳແມ່ຜູ້ໃຫ້ກຳເນີດແລ້ວ ຈິ່ງຢາກໃຫ້ສັງຄົມເຂົ້າໃຈຕາມນີ້!!!! ມັນບໍ່ແມ່ນພໍ່ກັບແມ່ບັງຄັບໃຫ້ແຕ່ງງານຄືກັບຫຼາຍໆເພຈຂ່າວໄດ້ລົງໄປ.