ອຸ່ນໃຈຜົນກວດແຮງງານມຽນມາອອກມາເປັນລົບ! ຫຼັງແຮງງານມຽນມາທີ່ເຮັດວຽກຢູ່ເຂດເສດຖະກິດ3ຫຼ່ຽມຄຳ ທີ່ກັບປະເທດມຽນມາ ກວດພົບການຕິດເຊື້ອໂຄວິດ-19 ໃນສູນກັກກັນຢູ່ຢາງກຸ້ງ ຮ່ວມກັບອີກ 6 ຄົນ ທີ່ກັບມາຈາກ 4ປະເທດ

ອຸ່ນໃຈຜົນກວດແຮງງານມຽນມາອອກມາເປັນລົບ! ຫຼັງແຮງງານມຽນມາທີ່ເຮັດວຽກຢູ່ເຂດເສດຖະກິດ3ຫຼ່ຽມຄຳ ທີ່ກັບປະເທດມຽນມາ ກວດພົບການຕິດເຊື້ອໂຄວິດ-19 ໃນສູນກັກກັນຢູ່ຢາງກຸ້ງ ຮ່ວມກັບອີກ 6 ຄົນ ທີ່ກັບມາຈາກ 4ປະເທດ

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ແຂວງບໍ່ແກ້ວ ໄດ້ອອກແຈ້ງການເລກທີ279/ສພກ.ບກ ລົງວັນທີ 10/7/2020 , ຮຽນ: ບັນດາທ່ານເຈົ້າເມືອງ, ຄະນະສະເພາະກິດໂດວິດ-19 ຂັ້ນເມືອງ, ນັກທຸລະກິດ, ຜູ້ປະກອບການ, ຊາວຕ່າງດ້າວ,ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ແຂວງບໍ່ແກ້ວ, ນັບທັງທົ່ວສັງຄົມ ທັງພາຍໃນ ແລະ ຕ່າງ ປະເທດ ທີ່ນັບຖື. ເລື່ອງ: ການຈັດສົ່ງແຮງງານມຽນມາທີ່ເຂົ້າມາອອກແຮງງານ ຢູ່ເຂດເສດຖະກິດພິເສດສາມຫຼຽມຄໍາກັບຄືນປະເທດ
ແລ້ວກວດພົບເຊື້ອພະຍາດໂດວິດ-19 ຢູ່ນະຄອນຢາງກຸ້ງ, ສ.ມຽນມາ ຕາມເວບໄຊກະຊວງສາທາລະນະສຸກສ.ມຽນມາ.

ອີງຕາມ ການສົ່ງຂ່າວ ຂອງຄະນະປະສານງານຕາມຊາຍແດນລາວ-ມຽນມາ ຄັ້ງວັນທີ 4 ກໍລະກົດ 2020;ອີງຕາມ ຂໍ້ມູນສື່ອອນລາຍ ທາງເວບໄຊ ກະຊວງສາທາລະນະສຸກ ສ.ມຽນມາ ຄັ້ງວັນທີ 4 ກໍລະກົດ 2020; ອີງຕາມ ການລົງເກັບກໍາຂໍ້ມູນຕົວຈິງ ຢູ່ເຂດເສດຖະກິດພິເສດສາມຫຼຽມຄໍາ ຂອງທີມງານEOC ພະແນກສາທາລະນະສຸກແຂວງ ແລະ ຜົນກວດຕົວຢ່າງເປົ້າຫມາຍທີ່ສົງໄສຈາກຫ້ອງວິເຄາະແຫ່ງຊາດ.

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ຂັ້ນແຂວງ ຂໍຖື ເປັນກຽດແຈ້ງມາຍັງ ບັນດາທ່ານເຈົ້າເມືອງ, ຄະນະສະເພາະກິດໂຄວິດ-19 ຂັ້ນເມືອງ, ນັກທຸລະກິດ, ຜູ້ປະກອບການ, ຊາວຕ່າງດ້າວ, ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ແຂວງບໍ່ແກ້ວ, ນັບທັງທົ່ວສັງຄົມ ທັງພາຍໃນ ແລະ ຕ່າງປະເທດຊາບວ່າ: ໃນວັນທີ 24 ມິຖຸນາ 2020 ຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໄດ້ຈັດສົ່ງແຮງງານມຽນມາ ທີ່ເຂົ້າມາ ອອກແຮງງານຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາກັບຄືນປະເທດ ຈໍານວນ 184 ຄົນ ຍິງ 66 ຄົນ. ຜ່ານການມອບ-ຮັບຢ່າງ ເປັນທາງການ ໂດຍຊ້ອງຫນ້າເຈົ້າຫນ້າທີ່ທັງສອງຝ່າຍ ທີ່ດ່ານສາກົນບ້ານມອມເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ແລະ ຝ່າຍມຽນມາກໍ ໄດ້ນໍາຕົວແຮງງານທັງຫມົດກັກບໍລິເວນ ຕາມມາດຕະການທາງການມຽນມາກໍານົດ ຢູ່ເມືອງກໍາມະຍຸດ ນະຄອນຢາງກຸ້ງ ສ.ມຽນມາ.

ຈົນຮອດວັນທີ 4 ກໍລະກົດ 2020 ພະແນກການຕ່າງປະເທດແຂວງບໍ່ແກ້ວ ໄດ້ຮັບຂໍ້ມຸນຈາກທາງການມຽນມາວ່າ: ມີແຮງ ງານທີ່ກັບຈາກເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຕິດເຊື້ອໂຄວິດ-19 ຊື່ ທ້າວ ອູມິນມິນ ອາຍຸ 43 ປີ ຮ່ວມກັບຜູ້ກັກຕົວຢູ່ສູນ ດຽວກັນ ທີ່ເດີນທາງມາຈາກຫຼາຍປະເທດຄື: ແຮງງານທີ່ກັບຈາກປະເທດໄທ ຕິດເຊື້ອ 1 ຄົນ, ປະເທດສິງກະໂປຕິດ ເຊື້ອ 1 ດົນ, ປະເທດບັງກາລາເທດ ຕິດເຊື້ອ 3 ຄົນ ແລະ ປະເທດອິນເດຍຕິດເຊື້ອ 1 ຄົນ ລວມທັງກັບຈາກປະເທດລາວ 1 ຄົນ ລວມທັງ ຫມົດ 7 ຄົນ.

ຄະນະສະເພາະກິດຂັ້ນແຂວງ ຈິ່ງໄດ້ສົມທົບກັບຄະນະສະເພາະກິດເມືອງຕົ້ນເຜິ້ງ, ຄະນະຄຸ້ມຄອງເສດຖະກິດພິເສດ ແລະ ຄະນະສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄໍາ ລົງສືບສວນ, ເກັບກໍາຂໍ້ມູນ ຈຶ່ງນໍາຕົວແຮງງານຊາວມຽນມາ ຈໍານວນ 4 ຄົນ ທີ່ເຄີຍໄດ້ອາໄສ, ກິນ ແລະ ນອນ ຢູ່ກັບ ທ້າວ ອູມິນມິນ ດຳເນີນການແຍກປ່ຽວ ເພື່ອກັກບໍລິເວນ ຕິດຕາມ ອາການຢູ່ສູນ ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາໄດ້ກໍານົດ ເຊິ່ງໄກຈາກເຂດຊຸມຊົນ ໂດຍມີເຈົ້າຫນ້າທີ່ ລປພ ເວນຍາມທາງ ເຂົ້າ-ອອກ, ພ້ອມກັບເຈາະເລືອດວິເຄາະຢູ່ເຂດພິເສດສາມຫຼ່ຽມຄໍາ ຜົນອອກມາເປັນລົບ ແລະ ເພື່ອຄວາມແນ່ນອນທີມງານແພດ ແຂວງບໍ່ແກ້ວກໍຍັງໄດ້ ເກັບຕົວຢ່າງສົ່ງກວດຢູ່ສູນວິເຄາະນະຄອນຫຼວງວຽງຈັນ ແລະ ທິມງານແພດ ກໍໄດ້ໄປກວດອຸນຫະພູມ ທຸກໆເຊົ້າ-ແລງ ເຫັນວ່າມີອາການເປັນປົກກະຕິ.

 

 

ຮອດວັນທີ່ 7 ກໍລະກົດ 2020 ທາງສູນວິເຄາະນະຄອນຫຼວງວຽງຈັນ ໄດ້ນໍາສົ່ງຜົນກວດກັບຄືນມາແຂວງບໍ່ແກ້ວເຫັນ ວ່າ ເປັນຜົນລົບທັງ 4 ຕົວຢ່າງ, ສະແດງວ່າບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19.

ເຖິງຢ່າງໃດກໍ່ຕາມ ມາຮອດປະຈຸບັນແຂວງບໍ່ແກ້ວ ຍັງບໍ່ທັນມີຜູ້ຕິດເຊື້ອພະຍາດໂດວິດ-19 ແຕ່ພວກເຮົາກໍ່ຍັງມີຄວາມ ສ່ຽງສູງ. ສະນັ້ນ, ຈຶ່ງຈໍາເປັນຕ້ອງສືບຕໍ່ປະຕິບັດມາດຕະການຕ່າງໆທີ່ລະບຸໄວ້ໃນແຈ້ງການ ສະບັບເລກທີ 697/ຫສນຍ ແລະ ແຈ້ງການແນະນໍາ ສະບັບເລກທີ 645/ຈຂ.ບກ, ລົງວັນທີ 1 ກໍລະກົດ 2020 ຢ່າງເຂັ້ມງວດ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານຮັບຊາບ ແລະ ເຂົ້າໃຈຕໍ່ບັນດາຫາງສຽງທີ່ເກີດຂຶ້ນຢ່າງຖືກຕ້ອງ

ສາລະໜ້າຮູ້