ສາວງາມຢ່າຮ້າງກັບສາມີ (ຜົວ) ແລ້ວໄປແຕ່ງງານກັບລູກລ້ຽງ (ລູກຕິດຂອງຜົວ)

ສາວງາມຢ່າຮ້າງກັບສາມີ (ຜົວ) ແລ້ວໄປແຕ່ງງານກັບລູກລ້ຽງ (ລູກຕິດຂອງຜົວ)

ເວັບໄຊ Daily Mail ພາຍຫຼັງຈາກທີ່ບອ໋ກເກີສາວ ມາຣີນາ ບັລມາເຊວາ ອອກມາເປີດເຜີຍຄວາມສຳພັນສຸດສັບສົນກັບຄວາມຮັກສາມເສົ້າ ລະຫວ່າງ ລາວກັບສາມີ ອາເລັກຊີ່ ທີ່ຢູ່ກີນກັນມາກວ່າ 10 ປີ ແລະ ລູກລ້ຽງ ວະລາດີມີ ອາຍຸ 20 (ລູກຕິດຂອງສາມີ)

ທີ່ຫຼາຍຄົນຕ່າງກໍ່ວິພາກວິຈານກັບຄວາມຮັກຄັ້ງນີ້ຂອງ ມາຣີນາ ແລະຫຼ້າສຸດ ວັນທີ່ 9 ເດືອນ ທິຖຸນາ ບອ໋ກເກີສາວອອກມາປະກາດຂ່າວທາງໄອຈີວ່າ ລາວໄດ້ຍ່າຂາດກັບສາມີ ແລະກຳລັງຈະມີລູກກັບສາມີໄໝ່ ໂດຍທີ່ ມາຣີນາ ໄດ້ໂພສຄຣິບໂຊຜົນກວດທີ່ຕັ້ງຄັນ ວ່າສະແດງຜົນເປັນບວກ ແລ້ວໂອບກອດກັບ ວະລາດີມີ ແບບມີຄວາມສຸກ ແລະກ່າວວ່າ:

ຂ້ອຍເມືອຍກັບການຕ້ອງປົກປິດແລ້ວ ທຸກສີ່ງເປັນໄປໄດ້ໃນໂລກນີ້ ຂ້ອຍມານລູກໄດ້ 4 ເດືອນແລ້ວ ແມ່ນແລ້ວນີ້ແມ່ນເຫດຜົນທີ່ເຮົາຕັດສີນໃຈທີ່ຈະແຕ່ງງານກັນ

ໃນຄະນະທີ່ມີແຟນຄຣັບບາງຄົນກໍ່ເຂົ້າໄປຮ່ວມຍິນດີ ແລະອວຍພອນໃຫ້ລູກໃນທ້ອງແຂງແຮງ ແລະກໍ່ມີຄົນຈຳນວນຫຼາຍຍັງຮັບບໍ່ໄດ້ແລະວິພາກວິຈານພ້ແມເຂົ້າໄປສະແດງຄວາມຄິດເຫັນຕ່າງໆນາໆ ກ່າວຫາວ່າລາວບໍ່ສົນໃຈເລື່ອງສີນລະທຳເລີຍ ທີ່ມີຄວາມສຳພັນກັບລູກລ້ຽງໂຕເອງທີ່ລາວເປັນຄົນລ້ຽງມາຕັ້ງແຕ່ຍັງນ້ອຍ

ຂ່າວທົ່ວໄປ