ທ່ານ Joseph Robinette Biden, Jr. ເກີດເມື່ອວັນທີ 20 ພະຈິກ 1942 ທີ່ເມືອງສີເເຄນຕັນ ລັດເພນຊິວາຣເນຍ ສະຫະລັດອາເມຣິກາ ແລະ ປັດຈຸບັນອາຍຸ 78 ປີ ຈົບປະລິນຍາຕີ ສາຂາລັດຖະສາດ ແລະ ປະຫວັດສາດ ແລະ ສໍາເລັດການສຶກສານິຕິສາດJuris rDocto
ປີ 1968-1969 ທະນາຍຄວາມຝ່າຍຈໍາເລີຍ ທີ່ເມືອງ Wilmington, ປີ 1970-1972 ສະມາຊິກສະພາເທດສະມົນທົນ
New Castle ລັດເດລາເເວຣ໌, 4.1973 ເລີ່ມຊີວິດທາງການເມືອງ ເປັນສະມາຊິກວຸດທິສະພາ(ສ.ວ) ລັດເດລາເເວຣ໌ (06 ສະໄໝ),
ປີ 1987-1999 ປະທານຄະນະກໍາມາທິການຍຸຕິທໍາ ສະຫະລັດ, ປີ 2001-2009 ປະທານຄະນະກໍາມາທິການຕ່າງປະເທດ ວຸດທິສະພາສະຫະລັດ,
ປີ 2009-2017 ຮອງປະທານາທິບໍດີສະຫະລັດ ຄົນທີ 44 (ສະໄໝປະທານາທິບໍດີ Barack Obama),
2020 ຜູ້ທ້າຊິງຕໍາເເໜ່ງປະທານາທິບໍດີສະຫະລັດອາເມລິກາ ຄົນທີ 46 (ຈາກພັກເດໂມເຄຣດ) ກັບ ທ່ານ Donal Trump, ພັນລະຍາຜູ້ທຳອິດໄດ້ເສຍຊີວິດຍ້ອນອຸບັດຕິເຫດພ້ອມລູກ ແລະ ໄດ້ແຕ່ງງານໃໝ່ກັບພັນລະຍາຜູ້ປັດຈຸບັນ ຊື່ Jill Biden.
ແນວນະໂຍບາຍຫຼັກຂອງທ່ານເນັ້ນການສ້າງໂອກາດທາງເສດຖະກິດໃຫ້ຄົນເຮັດວຽກໂດຍສະໜັບສະໜຸນໃຫ້ເພີ່ມອັດຕາຄ່າແຮງຂັ້ນຕ່ຳເປັນ 15 ໂດລາສະຫະລັດ (ປະມານ 139,000 ກີບ) ຕໍ່ຊົ່ວໂມງ. ທ່ານຍັງສັນຍາວ່າ ພາຍໃນ 100 ມື້ທຳອິດຂອງການຂຶ້ນດຳລົງຕຳແໜ່ງຜູ້ນຳສະຫະລັດ, ທ່ານຈະປ່ຽນນະໂຍບາຍຂອງທ່ານ ທຣຳ ທີ່ເຮັໃດຫ້ພໍ່ແມ່ລູກຕ້ອງຈາກກັນທີ່ຊາຍແດນລະຫວ່າງສະຫະລັດກັບເມັກຊິໂກ, ຍົກເລີກຂໍ້ຈຳກັດເລື່ອງການສະໝັກຂໍຮັບສະຖານະຜູ້ລີ້ໄພ ແລະ ຍົກເລີກຂໍ້ຫ້າມເດີນທາງເຂົ້າປະເທດຈາກກຸ່ມປະເທດມຸດສະລິມ
ໃນການໂຕ້ວາທີຄັ້ງທຳອິດຂອງຜູ້ສະໝັກຊີງຕຳແໜ່ງປະທານາທິບໍດີສະຫະລັດ ຄົນທີ່ 46 ເມື່ອຄືນວັນອັງຄານທີ 29 ກັນຍາ, ທ່ານ ໄບເດນ ຖືກທ່ານ ທຣຳ ຂັດຈັງຫວະເປັນສ່ວນໃຫຍ່ ແລະ ນັ້ນກໍເຮັດໃຫ້ເກີດການໂຕ້ຖຽງກັນໄປມາຈົນວຸ່ນວາຍ ລວມທັງການທີ່ທ່ານ ທຣຳ ຕັ້ງຄຳຖາມເລື່ອງປັນຍາຂອງທ່ານ ໄບເດນ, ສ່ວນທ່ານ ໄບເດນ ເອງກໍເອີ້ນທ່ານ ທຣຳ ວ່າເປັນຕົວຕະຫຼົກ ບອກໃຫ້ງຽບເສຍ ແລະ ຕັ້ງຄຳຖາມຢ່າງຮຸນແຮງວ່າ “ທ່ານຈະງຽບປາກໄດ້ບໍ?” ຄລິບວິດີໂອນີ້ໄດ້ຮັບການເຜີຍແຜ່ໄປຫຼາຍພື້ນທີ່ທົ່ວໂລກ