ຜູ້ໃຊ້ເຟສບຸກຊື່ AiySao Skv ໄດ້ໂພສໃນວັນທີ່ 19 ພະຈິກ 2020 ວ່າ: ຄືນນີ້ຂ້າພະເຈົ້າໄດ້ຂັບລົດເມື່ອຈາກໂຮງຫມໍ ວຽງຈັນ-ຫາໂນ້ຍ (Vientian-Hanoi) ເສັ້ນທາງຫນອງຫນ່່ຽງ-ຫົວຂົວ ພໍດີໄດ້ພົບຊາຍ2ຄົນນີ້ ຍ່າງຈູງລົດຖີບມຸ້ງຫນ້າໄປ… ຂ້າພະເຈົ້າຂີ່ລົດກາຍ ແຕ່ມີຂໍສົງໃສໃນໃຈ ເລີຍຈອດລົດຖ້າ! ພໍດີພວກເຂົາມາຮອດ! ຂ້ອຍເລີຍຖາມ? ລົດພວກອ້າຍເປັນຫຍັງ? 2ຊາຍນີ້ຕອບພ້ອມກັນເລີຍວ່າ ຢາງແຕກ ແຕ່ບໍ່ມີເງິນປ່ຽນ ຂະຫນາດເງິນຊື້ເຂົ້າ ກະບໍ່ມີ ອົດເຂົ້າແຕ່ແລງ.! ເລີຍຕັດສິນໃຈຍ່າງໄປເລື້ອຍໆ…
ດ້ວຍຄວາມສົງໃສ ຂ້ອຍເລີຍຖາມອີກເທື່ອ1 ພວກເຈົ້າມາແຕ່ໃສ? ແລະ ຈະໄປໃສຕໍ່ ຊື່ແນວໃດ? ຄືບໍ່ໄດ້ກິນເຂົ້າ?
#ຜູ້ເສື້ອແດງ ຊື່ ທ. ຕົນ 31ປີ ແລະ ຜູ້ເສື້ອອອນ ທ. ລູນ 36ປີ ພວກຂ້ອຍມາແຕ່ແຂວງ ຈາກບ້ານນາປາຫນັງ ມ. ບົວລະພາ ຂ. ຄຳມ່ວນ
ພວກຂ້ອຍມາເປັນກຳມະກອນ ໃຫ້ຄົນຫຽວດ ເຮັດເຮືອນຢູ່ແຖວທ່າງອນ
ເຮັດວຽກກັບຫວຽດ ໄດ້ເດືອນກັບ14ວັນ ແຕ່ບໍ່ໄດ້ເງິນເທື່ອ (ຖາມເລື່ອງເງິນເຂົາກະວ່າມື້ອື່ນຕໍ່ມື້ໃໝ່ໄປຕະຫລອດ) ຈົນຮອດທ່ຽງມື້ນີ້ ພວກເຮົາ2ຄົນ ຊວນກັນໄປຫາຫມູ່ທີ່ໄດ້ລົງເຮັດວຽກແຕ່ກ່ອນຫນ້ານີ້ ຢູ່ດົງໂພສີ..
#ເມື່ອໄດ້ຍິນແບບນັ້ນ ຂ້ອຍເອງກໍບໍ່ຮູ້ເພິ່ນຕົວະຫລືເວົ້າແທ້
ດ້ວຍຈິດໃຈຂອງຂ້ອຍ ທີ່ເຫັນເມດຕາຄົນ ເລີຍໃຫ້ພວກເພິນ40ພັນກີບ ເພື່ອການຊ່ວຍຕໍ່ຊີວິດນຳກັນ ບາງທີ່ເງິນ40ພັນນັ້ນ ສາມາດເຮັດໃຫ້ເພິ່ນໄປເຮອດໄປເຖິງຫມູ່ໄດ້ ໄປເລົ່າເຫດການ ແລະ ການເຮັດວຽກກັບຄົນຫວຽດທີ່ບໍ່ຈ່າຍຄ່າແຮງງານໃຫ້ເປັນ ເວລາກ່ວາ40ວັນ.
#ຂ້ອຍເຊື່ອວ່າຄົນລາວເຮົາເປັນຄົນມີນ້ຳໃຈຊ່ວຍເຫລືອກັນຖ້າໃຜພົບເຫັນກໍຊ່ວຍເຫລືອເຂົາເຈົ້າແດ່ ຫລື ຕິດກະບະໄປນຳກໍເປັນການດີ.
#ທັງ2ຄົນນີ້ບໍ່ມີໂທລະສັບ
1ແຊຣຂອງເຈົ້າບາງທີ່ເຮັດໃຫ້ພວກເຂົາສາມາດກັບສູ່ຄອບຄົວຍັງລໍຖ້າເຂົາຢູ່
ຂໍໂທດ ຂ້ອຍບໍ່ມີລົດໃຫຍ່ຂີ່ ເລິຍຊ່ວຍໄດ້ສ່ຳນີ້….