ໂພສເສົ້າຈາກ ອານຸລັກ ໄຕ໋ບ້ານ Anoulack Taiban ເຖິງການສູນເສຍ ຫຼານສາວ ທີ່ປ່ວຍເປັນພະຍາດຮ້າຍ ບໍ່ສາມາດປິ່ນປົວໄດ້
ທີ່ກ່ອນຫຼ້ານີ້ ໜຸ່ມ ອານຸລັກໄດ້ໂພສ ຮັບບໍ່ລິຈາກທຶນປິ່ນປົວ ແຕ່ວ່ານ້ອງໄດ້ຈາກໄປແລ້ວ ມື້ນີ້ 14 ພະຈິກ 2020
ໂດຍໜຸ່ມ ອານຸລັກ ໄດ້ໂພສວ່າ
ຫລານສາວ ຕາວັນ ໄດ້ຈາກພວກເຮົາໄປແລ້ວ ໃນເວລາ 16:00ມ ຂອງມື້ນີ້. ດ້ວຍພະຍາດອັນໂຫດຮ້າຍດັ່ງກ່າວທີ່ບໍ່ສາມາດປິ່ນປົວໃຫ້ດີໄດ້
ຂ້າພະເຈົ້າໃນນາມເປັນອ້າຍ ເປັນຍາດພີ່ນ້ອງຂອງຄອບຄົວຂອງນ້ອງ ຕາວັນ,ຂ້າພະເຈົ້າຂໍຂອບໃຈທຸກການຊ່ວຍເຫລືອທີ່ມີຕໍ່ຄອບຄົວຂອງນ້ອງເພີ່ນ ບໍ່ວ່າຈະເປັນກຳລັງໃຈ ແລະ ເງິນຄຳ ທີ່ມອບຊ່ວຍເຫລືອເພື່ອເປັນຄ່າປິ່ນປົວຮັກສາໂຕນ້ອງ
ນ້ອງຕາວັນໃຊ້ເວລາຮັກສາປິ່ນປົວຢູ່ໂຮງຫມໍ ເກືອບ4ເດືອນ ແຕ່ ນ້ອງເພີ່ນຢູ່ກັບພວກເຮົາໄດ້ພຽງເທົ່ານີ້ ນ້ອງເອງກໍ່ເມື່ອຍມາດົນແລ້ວ ຂໍໃຫ້ນ້ອງໄປສູ່ສະຫວັນຊັ້ນຟ້າເດີນ້ອງ ແລະ ຈົ່ງປົກປັກຮັກສາທຸກຄົນ ຂໍໃຫ້ທຸກຄົນທີ່ຊ່ວຍເຫລືອຮັກແພງເອົານ້ອງ ຈົ່ງມີແຕ່ຄວາມສຸກ ຄວາມຈະເລີນ ຢູ່ເຢັນເປັນສຸກເທີດ