ຈາກໃຈຕຳຫຼວດ ພວກເຮົາເປັນຕຳຫຼວດບໍ່ແມ່ນໂຈນ ບໍ່ຕ້ອງຢ້ານພວກເຮົາດອກ

ຈາກໃຈຕຳຫຼວດ ພວກເຮົາເປັນຕຳຫຼວດບໍ່ແມ່ນໂຈນ ບໍ່ຕ້ອງຢ້ານພວກເຮົາດອກ

ເພິ່ນພຽງເຮັດຕາມຫນ້າທີ່ ທີ່ຊາດມອບຫມາຍໃຫ້ ຫນ້າທີ່ເພິ່ນກໍຄືການປົກປັກຮັກສາ ຄວາມສະຫງົບ ແລະ ຄວາມປອດໄພຂອງປະຊາຊົນພົນລະເມືອງທຸກໆຄົນ
ຖ້າເຮົາປະຕິບັດຕາມກົດຈະລາຈອນ ມັນກະເປັນຜົນດີຕໍ່ຕົວເຮົາເອງ ໃສ່ຫມວກກັ້ນກະທົບເພື່ອຄວາມປອດໄພເວລາເກີດອຸບັດຕິເຫດ ເພິ່ນກວດເອກະສານກະຍ້ອນວ່າສັງຄົມທຸກມື້ນີ້ຫຼາຍຜູ້ຫຼາຍຄົນ ຫລາຍແນວຄິດ ໂຈນຫລາຍ ບາງຄົນລັກລົດມື້ລະ10ຄັນກະມີ

ພໍມີເຫດການແບບນີ້ເກີດຂຶ້ນກະສ້າງຄວາມເສຍຫາຍ ສ້າງຄວາມລຳບາກໃຫ້ຜູ້ເສຍຫາຍ ດັ່ງນັ້ນມັນກໍດີແລ້ວທີ່ກະຊວງປ້ອງກັນຄວາມສະຫງົບວາງມາດຕະການໃນການ ສະກັດກັ້ນ ແລະ ແລະແກ້ໄຂບັນຫາແບບຮັດກຸມ
ເຮົາຄວນພູມໃຈ ທີ່ມີຕຳຫລວດ ຄົນທີ່ຂີ້ລັກຈະໄດ້ລົດລົງ ການກໍ່ເຫດຈະໄດ້ລົດລົງ ສະຫລຸບງ່າຍໆ ທັງໝົດທັງມວນ ແມ່ນເພື່ອ ຄວາມສະຫງົບສຸກຂອງຂອງປະຊາຊົນ ເພື່ອຮັບໃຊ້ປະຊາຊົນ ເພື່ອສິດຜົນປະໂຫຍດຂອງປະຊາຊົນ

ພວກເຮົາ ເປັນທຸກຢ່າງໃຫ້ທ່ານແລ້ວ ທັງແນະນຳທັງຕັກເຕືອນໃຫ້ໃສ່ຫມວກກັນນັອກ ເພື່ອຄວາມປອດໄພຂອງຕົວທ່ານເອງ ທັງແນະນຳໃຫ້ໃສ່ແວ່ນລົດ ເພື່ອໄວ້ເບິ່ງລົດທາງຫລັງ ກ່ອນຊິລ້ຽວ ຫລືຂ້າມທາງ ເປັນທຸກຢ່າງໃຫ້ທ່ານແລ້ວແທ້ໆ

ຈາກໃຈຕຳຫຼວດຈາລະຈອນ ເພາະຄວາມສຸກ ຄວາມສະຫງົບຂອງສັງຄົມ ຄືຜົນສຳເລັດອັນໃຫຍ່ຫລວງຂອງພວກເຮົາ
ແລະ ຄວາມຮັກ ຄວາມຊື່ສັດຕໍ່ປະຊາຊົນ ຄືກຽດຕິພູມອັນສູງສຸດ ຂອງພວກເຮົາ ຕຳຫລວດຈາລະຈອນ

ຂ່າວທົ່ວໄປ