ຫລັງຈາກປ່ອຍໃຫ້ເລື່ງລາວຄວາມສຳພັນຂອງຫນຸ່ມກັນ ນະພັດກັບຫວານໃຈຄົນສວຍມາຣີ ເບິນເນີ ວ່າທັ້ງຄູ່ນັ້ນເລີກກັນແລ້ວຫລືຍັງ ໂດຍທາງຝັ່ງຂອງສາວມາຣີເອງກໍ່ໄດ້ອອກມາບອກວ່າເລື່ອງຄວາມສຳພັນເປັນເລື່ອງຂອງຄົນສອງຄົນ ຖ້າພ້ອມຈະອອກມາຊີ້ແຈງເອງ ຈາກນັ້ນກໍ່ມີກະແສຂ່າວເມົ້າອອກມາວ່າຄອບຄົວຂອງຫນຸ່ມກັນບໍ່ປລື້ມສາວມາຣີ ແຖມຍັງບອກໃຫ້ຄົບກັບຜູ້ຍິງຄົນໃຫມ່ດ້ວຍ ຊຶ່ງສາວມາຣີເອງກໍ່ໄດ້ບອກວ່າເລື່ອງນີ້ບໍ່ມີມືທີ່ສາມ ແລະຄອບຄົວຂອງຫນຸ່ມກັນກໍ່ໜ້າຮັກທຸກຄົນ
ລ່າສຸດ (24 ພຶສະພາ 2563) ຫນຸ່ມກັນໄດ້ອອກມາຊີ້ແຈງກ່ຽວກັບເລື່ອງທີ່ເກີດຂຶ້ນ ໂດຍຍອມຮັບວ່າ ກ່ອນຫນ້ານີ້ມີເລື່ອງບໍ່ເຂົ້າໃຈກັນ ແລະມີການຖອຍຄົນລະກ້າວ ເພື່ອທົບທວນເລື່ອງຂອງເຮົາທັງສອງຄົນແລະະໄດ້ລົມກັນວ່າຈະສູ້ຕ່ໍ່ຫລືບໍ່ ເພາະໃນມື້ນີ້ຂ້ອຍຍັງມີໂອກາດທີ່ຈະໄດ້ຮັກສາສິ່ງທີ່ມີຄ່າສຳລັບຂ້ອຍ ເພາະສະນັ້ນຈ້ອຍກໍ່ຕ້ອງເຮັດໃຫ້ເຕັມທີ່ເຫມືອນເດີມ”
ສ່ວນກະແສວິພາກວິຈານ ເຖິງການກະທຳຂອງຕົນ ແລະການ ທີ່ຕົນບໍ່ອອກມາຊີ້ແຈງເລື່ອງລາວທີ່ເກີດຂຶ້ນຈົນເກີດການວິພາກວິຈານເຖິງບຸກຄົນລອບຕົວຫລາຍຄົນຊຶ່ງບໍ່ມີສ່ວນກ່ຽວຂ້ອງໃດໆ ຢາກແນະນຳແນວໃດ ຕົນຍິນດີຮັບຟັງ ສ່ວນໃຜທີ່ຢາກເວົ້າໃຫ້ໃຜໂທດໃຜ ຂໍໃຫ້ໂທດຂ້ອຍຄົນດຽວ ຂໍຮັບຜິດຊອບເອງພຽງຄົນດຽວ ຂໍໂທດແລະຂອບໃຈທີ່ເຂົ້າໃຈເດີ
ເອົາເປັນວ່າທັ້ງຄູ່ກັບມາຄືນດີກັນຮຽບຮ້ອຍແລ້ວເດີ ອີກບໍ່ດົນແຟນໆ ຄົງຈະໄດ້ເຫັນຮູບຄູ່ຫວານໆ ຜ່ານທາງໂຊຊ່ຽວແນ່ນອນ