ໂສມຫນ້າຜູ້​ວ່າ​ການອຳນວຍການ ລັດວິສາຫະກິດໄຟຟ້າລາວຄົນໃໝ່ ທ່ານ ຈັນທະບູນ ສຸກອາລຸນ

ໂສມຫນ້າຜູ້​ວ່າ​ການອຳນວຍການ ລັດວິສາຫະກິດໄຟຟ້າລາວຄົນໃໝ່ ທ່ານ ຈັນທະບູນ ສຸກອາລຸນ

ໂສມຫນ້າຜູ້ອຳນວຍການລັດວິສາຫະກິດໄຟຟ້າລາວຄົນໃໝ່ ທ່ານ ຈັນທະບູນ ສຸກອາລຸນ

ທ່ານ ເປັນບຸກຄາລາກອນຫນຸ່ມ ມີຄວາມຮູ້ຄວາມສາມາດ ອາດີດ ຫົວຫນ້າ ພະແນກ ແຜນການ ແລະ ການຮ່ວມມື ກະຊວງ ພະລັງງານ ແລະ ບໍ່ແຮ່

ທ່ານ ມີອາຍຸ 45+ ຖືວ່າເປັນ ບຸກຄາລາກອນທີ່ຫນຸ່ມແໜ້ນ ມີພະລັງຄົນຫນຶ່ງ ປະຫວັດການເຮັດວຽກໃນກະຊວງ ແມ່ນບົດບາດການຮ່ວມມື ກັບສາກົນ ພິຈາລະນາຄົ້ນຄວ້າການລົງທຶນ ດ້ານພະລັງງານ ແລະ ບໍ່ແຮ່ໃນທົ່ວປະເທດ

ຖ້າຈະຖາມວ່າ ທ່ານ ໄດ້ກ້າວກະໂດດບໍ່ ທີ່ຂື້ນມາຮັບຫນ້າທີ່ຕຳແຫນ່ງອັນຊົງກຽດນີ້?

ຂໍມີທັດສະນະສ່ວນຕົວວ່າ ບໍ່ ເພາະຕຳແຫນ່ງເດີມຂອງທ່ານ ກໍ່ສຳຄັນຫລາຍ ແລະ ມີບົດບາດຫລາຍໃນກະຊວງພະລັງງານ ມີອານາຄົດໄກຫລາຍ ສຳຫລັບ ບຸກຄາລາກອນທ່ານນີ້

ການເຂົ້າຮັບຕຳແຫນ່ງນີ້ ເປັນຄວາມຮັບຜິດຊອບໃຫມ່ທີ່ທ້າທາຍ ໃນວຽກງານການບັນຊາ ກຳປັ່ນ | ຫມາຍເຖິງ ລັດວິສາຫະກິດ | ທ່ານ ຈະພົບກັບ ຫລາກຫລາຍບັນຫາທີ່ມີມາຍາວນານ ແລະ ຕ້ອງປັບແກ້ຕາມທີ່ຂັ້ນເທິງມອບຫມາຍ

ມັນຈະເປັນເຄື່ອງພິສູດ ທີ່ທ້າທາຍ ແລະ ດີຢ້ຽມສຳຫລັບ ທ່ານເອງ

ນີ້ເປັນອີກເຄື່ອງພິສູດຫນຶ່ງ ທີ່ສະແດງໃຫ້ປະຊາຊົນທົ່ວປະເທດ ໄດ້ເຫັນຄະນະລັດຖະບານຊຸດນີ້ ພາຍໃຕ້ການຊີ້ນຳຂອງ ທ່ານ ທອງລຸນ ສີສຸລິດ ເຊື່ອເລິກໆໃນໃຈ ແລະ ກ້າຟັນທຸງວ່າ ບໍລິສັດໄຟຟ້າ ຈະມີໂສມຫນ້າໃຫມ່ທີ່ດີ ຄຳວ່າທີ່ດີ ບໍ່ໄດ້ຫມາຍວ່າປະຊາຊົນ ຈະໄດ້ໃຊ້ໄຟຟ້າຟຣີເດີທ່ານ ປະຊາຊົນກໍ່ຕ້ອງໄດ້ຊ່ວຍຕົນເອງດ້ວຍການປະຢັດໄຟ ການຕັດລາຍຈ່າຍຂອງອົງກອນ ໄຟຟ້າລາວ ມັນບໍ່ງ່າຍຄືຕັດງ່າໄມ້.

ອວຍພອນໃຫ້ ທ່ານ ຈັນທະບຸນ ສຸກອາລຸນ ຈົ່ງປະສົບຜົນສຳເລັດໃນຫນ້າທີ່ໃຫມ່ຂອງທ່ານ ພວກເຮົາປະຊາຊົນລາວຈະເປັນກຳລັງໃຈ ແລະ ຕິດຕາມການປ່ຽນແປງໃຫມ່ ຂອງໄຟຟ້າລາວ.

ສາລະໜ້າຮູ້