ສະບາຍດີ ຂໍຄວາມຊ່ວຍເຫລືອເພື່ອຊ່ວຍນ້ອງຈ່ອຍ ອາຍຸ 10 ປີ ຢູ່ບ້ານ ດຸ ເມືອງ ບົວລະພາ ແຂວງ ຄຳມ່ວນ ອາໄສຢູ່ກັບແມ່ສອງຄົນ (ເຊິ່ງແມ່ສະຕິກະບໍ່ດີປານໃດ)
ພໍ່ກັບແມ່ແຍກທາງກັນ ມີເອື້ອຍສອງ 2 ຄົນ,ອ້າຍ 1 ຄົນ ແລະ ແຝດຂອງນ້ອງຈ່ອຍ 1 ຄົນ ແມ່ນໄປຢູ່ກັບພໍ່ ເຫລືອແຕ່ສອງແມ່ລູກຢູ່ນຳກັນ ເດັກນ້ອຍຜູ້ນີ້ຫນ້າສົງສານຫລາຍ ເປັນຜູ້ຫາຢູ່ຫາກິນລ້ຽງແມ່ກາງຄືນໄປກ້ານຄົນດຽວໂດຍບໍ່ຮູ້ສຶກວ່າຢ້ານຫຍັງເລີຍກ້ານກົບກ້ານຂຽດຢູ່ໄຮ່ຢູ່ນາທາງໄປນາກະໃກ້ກັບປ່າຊ້າ
ມັນເກີນຄວາມສາມາດຂອງເດັກຕົວນ້ອຍໆຄົນຫນຶ່ງ, ໃສ່ເບັດກ້ານແມງງອດກະໄປຄົນດຽວ.
ບາງເທື່ອຂ້ອຍຖາມເພິ່ນວ່າຢູ່ເຮືອນໂຕກິນເຂົ້າກັບຫຍັງເພິ່ນຕອບວ່າກິນເຂົ້າຈ້ຳເກືອກັບແມ່.

ຖ້າທ່ານໃຈບຸນທ່ານໃດຢາກຊ່ວຍນ້ອງກະຊ່ວຍໄດ້ ແຕ່ຖ້າບໍ່ສະດວກ ເຊິ່ງທາງທີມງານພາວະນາຂໍຕາງຫນ້າລະດົມທຶນ ຫລື ວັດຖຸສິ່ງຂອງຕ່າງໆເຊັ່ນ: ເຂົ້າສານອາຫານແຫ້ງ, ເຄື່ອງໃຊ້ ແຟັບສະບູ, ເຄື່ອງນຸ່ງ, ອຸປະກອນການຮຽນ ເພື່ອໄປຫມອບຊ່ວຍເຫລືອນ້ອງ

ທ່ານສາມາດຕິດຕໍ່ຝາກເຄື່ອງນຳທີມງານເຮົາໄດ້ທີ່
ເບີ: 020 54834654
ຊື່ບັນຊີ: MOUKTHIDA MANIVONG MS
ເລກບັນຊີ: 016120001739234001
ຢ່າລືມໃສ່ຫົວຂໍ້: ຊ່ວຍນ້ອງຈ່ອຍ ແຂວງຄຳມ່ວນ” ໃສ່ທຸກຄັ້ງກ່ອນຈະໂອນເງິນ