ຈາກເຫດການທີ່ມີເພຈຂ່າວເພຈໜື່ງໄດ້ລາຍງານວ່າປະຈຸບັນມີນັກຮຽນຕີກັນຢູ່ທີ່ ໂຮງຮຽນມສ ຫລັກ52 ເມືອງໂພນໂຮງ ແຂວງວຽງຈັນ ແຕ່ຫຼັງຈາກກວດສອບແທ້ໆແລ້ວນັ້ນບໍ່ເປັນຄວາມຈີງເປັນພຽງຂ່າວທີ່ໂພສເພື່ອສ້າງກະແສ
ຂອງກຸ່ມຄົນທີ່ມັກສ້າງຄວາມປັ່ນປວນໃຫ້ກັບສັງຄົມລາວເຊີ່ງເຫດການດັ່ງກ່າວບໍ່ແມ່ຄວາມຈີງ ຈາກການລາຍງານຂອງນັກຮຽນທີ່ຢູ່ໃນເຫດການມື້ນັ້ນໄດ້ວ່າ ຈາກເຟສ Olay Ssp Lantern ໄດ້ລາຍງານວ່າ
ຂ່າວນີ້ບ່ໍແມ່ນຄວາມຈິງຄລິປນີ້ເປັນເຫດການທີ່ຖືກຖ່າຍໄວ້ຕອນປີສົກຮຽນ 2016-2017ເຊິ່ງຜູ້ທີ່ຖ່າຍຄລິປໄດ້ນຳເອົາຄລິປນີ້ມາໂພສລົງໃນວັນທີ 29/5/2020 ແລະຜູ້ໃຊ້ເຟສບຸ໊ກຫຼາຍຄົນໄດ້ແຊຣ໌ຕ່ໍໂດຍຂຽນໂພສວ່າເປັນການຕີກັນຫຼັງເປີດໂຮງຮຽນ
ນ້ອງຂໍຢືນຢັນວ່າບ່ໍແມ່ນຄວາມຈິງ ເພາະນ້ອງເປັນອະດີດນັກຮຽນຂອງໂຮງຮຽນ ມສ ຫຼັກ52 ແລະເປັນຜູ້ຢູ່ໃນເຫດການດັ່ງກ່າວ(ເປັນຜູ້ຢືນເບິ່ງ)” ແລະຈາກເຟສບຸກ Phetmanee Norlengmoua ໄດ້ລາຍງານວ່າ
ສະບາຍດີ ເພສຂ່າວບາງເພສ ໄດ້ຂຽນຂ່າວກ່ຽວກັບທາງໂຮງຮຽນເຮົາຜິດ ຂໍໃຫ້ແກ້ໄຂໃຫ້ດ້ວຍ ມັນຜ່ານ 4-5 ປີແລ້ວ” ແລະຈາກເຟສບຸກ Chi Yang Vang ໄດ້ລາຍງານວ່າ “ນີ້ແມ່ນໂຮງຮຽນຂ້ອຍແລະຂ້ອຍຍັງຈຶ່ເຫດການນີ້
ແຕ່ສະໄຫມຂ້ອຍຮຽນມໍ7 ແຕ່ປີ 2016 ພຸ້ນໂອ້ ມື້ນີ້ກັບມາເອົາລົງນະ ໂອ້ແມ່ນເອົາມາແຕ່ໄສ ແລະປະຈຸບັນ ທາງໂຮງຮຽນໄດ້ມີການແບ່ງການສອນການຮຽນຂອງແຕ່ລະຫ້ອງຍັງມີບໍ່ຮອດ 20 ຄົນຫລື 30 ຄົນຊໍາ້ ນັກຮຽນໄລ່ຕີກັນຫລາຍປານນັ້ນຢູ່ຄລິບແມ່ນອອກມາແຕ່ບ່ອນໃດກັນ
ກ່ອນຈະໂພສກໍ່ສຶກສາກາລະເວລາແນ່ເດີ້ຈຶ່ງບໍ່ເຮັດໃຫ້ຄົນທີ່ເຂົ້າມາຊົມຄຮິບຜູ້ຊີ້ດ່າຊີ້ເວົ້າໂທດຮອດຄູບາອາຈານເສຍໆຫາຍໆຈັກແນວໃດກໍ່ມີ” ***ສະນັ້ນແລ້ວຢາກຂໍແຈ້ງມາຍັງທຸກຄົນວ່າເຫດການດັ່ງກ່າວນັ້ນ “ບໍ່ມີມູນຄວາມຈີງ” ເປັນພຽງຂ່າວລືສ້າງກະແສ