ແຕ່​ກີ້​ເປັນ​ຄູ ຕັດ​ສິນ​ໃຈ​ລາ​ອອກ ​ເຮັດ​ອາ​ຊີບ​ຄ້າ​ຂາຍ ລາຍ​ໄດ້​ດີ ​ສາ​ມາດສ້າງ​​ເຮືອນ, ມີ​ນາ 100 ໄລ່ ດ້ວຍ​ການ​ເປັນ​ແມ່​ຄ້າ​ຂາຍ​ຕຳ​ໝາກ​ຮຸ່ງ​ປີ້ງ​ໄກ່

ແຕ່​ກີ້​ເປັນ​ຄູ ຕັດ​ສິນ​ໃຈ​ລາ​ອອກ ​ເຮັດ​ອາ​ຊີບ​ຄ້າ​ຂາຍ ລາຍ​ໄດ້​ດີ ​ສາ​ມາດສ້າງ​​ເຮືອນ, ມີ​ນາ 100 ໄລ່ ດ້ວຍ​ການ​ເປັນ​ແມ່​ຄ້າ​ຂາຍ​ຕຳ​ໝາກ​ຮຸ່ງ​ປີ້ງ​ໄກ່

​ເລື່ອງ​ນີ້​ເໝາະ ແລະ ເປັນ​ອີກ​ໜຶ່ງ​ຫົນ​ທາງ ສຳ​ລັບ​ໃຜ​ທີ່​ບໍ່​ມັກ​ວຽກ​ທີ່​ກຳ​ລັງ​ເຮັດ​ຢູ່ ຫຼື ຢາກ​ລອງ​ປ່ຽນ​ອາ​ຊີບ ທີ່​ອາດ​ຈະ​ດີກວ່າ ມີ​ເງິນຫຼາຍກວ່າ ສາ​ມາດ​ໄດ້​ໃນ​ສິ່ງ​ທີ່​ເຮົາ​ໄດ້ຫຼາຍກວ່າ ແລະ ບໍ່​ວ່າ​ໃຜ​ກໍ​ສາ​ມາດ​ເຮັດ​ໄດ້ ບໍ່​ວ່າ​ຈະ​ຮຽນ​ຈົບ​ສູງຫຼື ບໍ່ ຫຼື ຮຽນ​ບໍ່​ຈົບ ກໍ​ຄ​ືອາ​ຊີບ ຫຼື ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ດ້ວຍ 2 ມື້​ເຮົາ​ເອງ​ນີ້ລະ

ດັ່ງ​ເລື່ອງ​ລາວ​ນີ້​ທີ່​ໄດ້​ເຜີຍ​ແຜ່​ຊີ​ວິດ​ຂອງ​ຄົນໆ​ໜຶ່ງ ທີ່​ເຄີຍ​ເປັນ​ຄູ ແຕ່​ຕັດ​ສິນ​ໃຈ​ລາ​ອອກ ເພາະ​ເງິນ​ເດືອນ​ທີ່​ໄດ້​ບໍ່​ພໍ​ກັບ​​ຄ່າ​ໃຊ້​ຈ່າຍ ແລະ ບໍ່​ມີ​ເງິນ​ເກັບ ຈຶ່ງ​ຕັດ​ສິນ​ໃຈ​ລາ​ອອກ​ ​ມາ​ເຮັດ​ອາ​ຊີບ​ຄ້າ​ຂາຍ

ເລື່ອງ​ນີ້​ເປັນ​ຂອງ​ປະ​ເທດ​ເພື່ອນ​ບ້ານ​ປະ​ເທດ​ໄທ ທີ່​ອາ​ດີດ​ຄູ ຕັດ​ສິນ​ໃຈ​ລາ​ອອກ​ມາຂັບ​ລົດ​ພວງ ຫຼື ຊາ​ເລັງ ​ຂາຍ ຕຳ​ໝາກ​ຮຸ່ງ ປີ້ງ​ໄກ່ ເລາະ​ໄປ​ຕາມ​ທາງ ເພິ່ນ​ຢູ່​ຈັງ​ຫວັດ ຮ້ອຍ​ເອັດ ຈົບ​ປະ​ລິນ​ຍາ​ຕີ ແຕ່ງດອງ ມີ​ລູກ 4 ຄົນ ແຕ່​ສາ​ມີ​ເກີດ​ອຸ​ປະ​ຕິ​ເຫດ ເສຍ​ຊີ​ວິດ ຈຶ່ງ​ໄດ້​ຫາເງິນລ້ຽງລູກ​ລຳ​ພັງ

ແຕ່​ກ່ອນ​ເປັນ​ຄູ ເງິນ​ເດືອນ​ກໍ​ໜ້ອຍ​ແນ່ ບໍ່​ພໍ​ໃຊ້​ຈ່າຍ ຈຶ່ງ​ອອກມາ​ຄ້າ​ຂາຍ ອາ​ໄສ​ໄດ້​ກິນ ແລະ ຂາຍ​ໄປ​ນຳ ມີ ຕຳ​ໝາກ​ຮູ່ງ ປີ້ງ​ໄກ່  ກຳ​ໄລ​ມື້​ລະ 2,5OO – 3,5OO ບາດ ວ້າວຫຼາຍ​ຢູ່​ໃດ​ເນາະ

​ລາວ​ເວົ້າ​ອີກວ່າ ກຳ​ໄລ​ຈາກ​ການ​ຂາຍ​ນີ້ ສາ​ມາດ​ເຮັດ​ໃຫ້​ລາວ​ເກັບ​ທ້ອນ​ຊື້​ເຮືອນ​ໄດ້ຫຼັງ​ລະ 2.5 ລ້ານ​ບາດ ທີ່​ສະ​ລະ​ບູ​ລີ ຊື້​ລົດ 7 ແສນ ໄວ້​ໃຫ້​ລູກໆ ​ ແລະ ຊື້​ນາ 10 ກວ່າ​ໄຮ່ ໄດ້​ເຂົ້າ​ປີ​ລະ 40-50 ໂຕນ

ເຫັນ​ແບບ​ນີ້​ແລ້ວ​ອຶ້ງ​ເລີຍ​ແມ່ນ​ບໍ່​ທຸກ​ຄົນ ນອກ​ຈາກ​ນັ້ນ​ເອື້ອຍ​ຄົນ​ນີ້​ເວົ້າ​ອີກວ່າ ກໍ​ຢາກ​ກັບ​ໄປ​ນຸ່ງ​ຊຸດ​ງາມໆ ແຕ່ງ​ໂຕ​ດີໆ​ເປັນ​ຂ້າ​ລາດ​ຊະ​ການ​ອີກ​ຢູ່ ແຕ່​ຄິດ​ໄປ​ຄິດ​ມາ​ແລ້ວ​ ພຽງ​ມີ​ຢູ່​ມີ​ກິນ​ກໍ​ມີ​ກຽດ ແລະ ພໍ​ໃຈ​ແລ້ວ ທີ່​ສາ​ມາດ​ລ້ຽງ​ລູກ ມີ​ທຸກ​ຢ່າງ​ໃຫ້​ລູກ​ໄດ້

ຂ່າວທົ່ວໄປ