ໄດ້ຮັບຂໍ້ຄວາມຈາກໂຮຮຽນ “ວິທະຍາໄລ ວຽງຈັນພັດທະນາອາຊີບ Vientiane Professional Development College” ໄດ້ບອກວ່າ
ຂ່າວດີ ທຶນຮຽນຟຣີມີຈຳນວນຈຳກັດ ສະຫມັກກ່ອນມີໂອກາດກ່ອນ
ສະຫນັບສະຫນູນໂດຍໂຄງການລາວ 029
ສະຫມັກໄດ້ແຕ່ວັນທີ 20.11.20 ຫາ 15.12.20 ນີ້ເທົ່ານັ້ນ
ໂອກາດດີໆບໍ່ມີຕະຫລອດ ປິດຮັບວັນທີ 16.12.2020 ເທົ່ານັ້ນ
ຢໍ້າບໍ່ສະດວກຕອບອິນບ໋ອກແລະຄອມເມັ້ນຖ້າສົນໃຈອ່ານເງື່ອນໄຂແລະເອກະສານປະກອບເຂົ້າມາພົວພັນທຶນດ້ວຍໂຕເອງເທົ່ານັ້ນ
ມາແຕ່ໂຕແລະຫົວໃຈ ຢາກເຮັດວຽກໃນອາຊີບນີ້ແທ້ ເຮົາຍິນດີຊ່ວຍທຸກທ່ານທີ່ຕ້ອງການໂອກາດ
ສາຂາ ວິຊາແຕ່ງອາຫານ 25 ທຶນ
ສາຂາ ການໂຮງແຮມ 20 ທຶນ
ສາຂາ ວິຊາ ບໍລິການອາຫານ ແລະ ເຄື່ອງດື່ມ 20 ທຶນ
ຮຽນໄລຍະ3ເດືອນ ຈົບໄປໄດ້ໃບປະກາດຊັ້ນຕົ້ນ ຮຽນຫມົດມື້ແຕ່ເຊົ້າ ຫາ ຄໍ່າ
ເອກະສານປະກອບການຮຽນ
1. ໃບປະກາດປະຖົມ !ຕ້ອງກົງກັນກັບສຳມະໂນຄົວ! ກ໋ອບປີ້ສີ 2 ໃບ
2. ໃບຢັ້ງຢືນທີ່ຢູ່ 2 ໃບ
3. ສຳເນົາສຳມະໂນຄົວກ໋ອບປີ້ສີ 3 ຊຸດ
4. ໃບຢັ້ງຢືນສະຖານະເສດຖະກິດຄອບຄົວ 2 ໃບ
5. ຮູບຖ່າຍຂະຫນາດ 3×4 6 ໃບ
ເງື່ອນໄຂຜູ້ສະຫມັກຮຽນທຶນ
ສຳລັບນັກຮຽນປະຖົມ ທີ່ບໍ່ຈົບມັດທະຍົມຕົ້ນ
ອາຍຸ 18-30 ປີ
ຄອບຄົວຂາດເຂີນທຶນສົ່ງເສີມການຮຽນ
ບໍ່ເຄີຍຮຽນວິຊາຊີບໃດໆມາກ່ອນ
ມີພາຫະນະທຽວການ (ຢໍ້າຕ້ອງມີພາຫະນະເພື່ອໃຊ້ໄປເຮັດວຽກຫລັງຮຽນຈົບ )
ສຸຂະພາບຕ້ອງແຂງແຮງສົມບູນ ແລະ ບໍ່ມີພະຍາດຕິດຕໍ່ຊໍ່າເຮື້ອ
ສິ່ງທີ່ຜູ້ຮຽນຈະໄດ້ຮັບ
ມີເບັ້ຍລ້ຽງ 800.000/ເດືອນ
ອຸປະກອນປະກອບການຮຽນຟຣີ
ມີປະກັນສຸຂະພາບ ໄລຍະຮຽນເຈັບເປັນບໍ່ຕ້ອງເສຍຄ່າ
ຄ່າເດີນທາງ 2 ຄັ້ງໃນໄລຍະການຮຽນ
ຫໍພັກຟຣີທຸກຄົນຕ້ອງນອນຫໍພັກເພາະເຮົາມີສອນ
ເຄື່ອງບ່ອນນອນ 1 ຊຸດ
ເຄື່ອງແບບ 2 ຊຸດ
ພິເສດມີສອນພາສາອັງກິດທົ່ວໄປແລະວິຊາສະເພາະໃຫ້ພາກຄໍ່າ
ສຳລັບທ່ານໃດສົນໃຈຕິດຕໍ່ເອົາໃບສະຫມັກໄດ້ທີ່ຫ້ອງການວິທະຍາໄລ ວຽງຈັນພັດທະນາອາຊີບ ບ້ານດົງປ່າແຫລບ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ
ໂທ 021540545 & 021261566