ອີງຕາມຂໍ້ມູນຈາກກອງປະຊຸມພົບປະປຶກສາຫາລືລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກັບ ທ່ານ ຫວັງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ໃນວັນທີ 14 ຕຸລາ 2020 ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ໂຄງການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ ສຳເລັດແລ້ວ 60% ແລະ ຄາດວ່າ ຈະສໍາເລັດການກໍ່ສ້າງ ໃນປີ 2021.
ພາບປະກອບຂ່າວ
ພາບປະກອບຂ່າວ
ເນື່ອງຈາກມະໂຫສົດເປັນໂຮງໝໍເກົ່າແກ່ຊຸດໂຊມສ້າງມາຫຼາຍປີແລ້ວອາຄານກໍ່ຢູ່ກະແຈກກະຈາຍ ບໍ່ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ທາງພັກ-ລັດຈິ່ງມີແຜນໃຫ້ສ້າງໃໝ່ຢູ່ບ່ອນເກົ່ານີ້ ໂດຍນຳໃຊ້ທຶນຊ່ວຍເຫຼືອລ້າຂອງລັດຖະບານ ສປ ຈີນ ຂະໜາດ 600 ຕຽງໃຫຍ່ກວ່າໝູ່ໃນປະເທດເຮົາ.
ພາບປະກອບຂ່າວ
ຕຶກໃໝ່ທີ່ສ້າງຂຶ້ນນີ້ຈະມີສິ່ງອຳນວຍຄວາມສະດວກຄົບຊຸດ ມີອຸປະກອນການແພດໃໝທີ່ທັນສະໄໝມີຫ້ອງຜ່າຕັດບໍ່ຕ່ຳກວ່າ 10 ຫ້ອງ, ພິເສດຈະມີບ່ອນຈອດເຮລີຄອບເຕີຢູ່ເທິງຫຼັງຄາຖືເປັນການຂົນສົ່ງທີ່ທັນສະໄໝສຸດ ສະເພາະຮັບໃຊ້ຂົນສົ່ງຄົນເຈັບສຸກເສີນບໍ່ວ່າຈະສົ່ງມາຈາກພາຍໃນປະເທດ ຫຼື ສົ່ງໄປຕ່າງປະເທດກໍລະນີຈຳເປັນຕ້ອງຂໍການຊ່ວຍເຫຼືອຈາກຕ່າງປະເທດ.

ໂຮງຫມໍມະໂຫສົດຫຼັງໃຫມ່ຈະປະກອບດ້ວຍມີ 5 ຊັ້ນລວມ 600 ຕຽງ ເພີ່ມຂຶ້ນ 150 ຕຽງເມື່ອທຽບໃສ່ຕຶກປະຈຸບັນທີ່ມີພຽງ 450 ຕຽງ ພ້ອມນີ້ຝ່າຍຈີນຍັງຈະປະກອບສ່ວນອຸປະກອນທາງການແພດທີ່ທັນສະໄຫມໃຫມ່ທີ່ສຸດຄົບຊຸດ ເມື່ອອາຄານນີ້ສ້າງສຳເລັດ.