ສອງພີ່ນ້ອງອາຍຸນ້ອຍທີ່ສຸດໃນໂລກ ຈູງມືພິຊິດເຂົາສູງຫມື່ນຟຸດ

ສອງພີ່ນ້ອງອາຍຸນ້ອຍທີ່ສຸດໃນໂລກ ຈູງມືພິຊິດເຂົາສູງຫມື່ນຟຸດ

ຊ່ວງອາຍຸຫລັກສິບຂອງໃຜຫລາຍຄົນ ຄົງຫນີບໍ່ພົ້ນການເລາະເຫລິ້ນແບບເດັກໆ ທົ່ວໄປຢ່າງແນ່ນອນ ແຕ່ສຳລັບສອງພີ່ນ້ອງຄູ່ນີ້ ກັບກາຍເປັນຜູ້ພິຊິດພູເຂົາສູງທີ່ອາຍຸນ້ອຍທີ່ສຸດໃນໂລກຮຽບຮ້ອຍແລ້ວ

ແຈັດສັນ ແລະເຟຣຢາ ໂອນດິງ ສອງພີ່ນ້ອງຊາຍຍິງອາຍຸບໍ່ເກີນສິບ10ປີ ໄດ້ຮຽນຕາມຮອຍຜູ້ເປັນພໍ່ມາແບບຖອດດ້າມໃນເລື່ອງຂອງກາຮປີນເຂົາຊັ້ນຊຽນ ທັ້ງນີ້ສ່ວນຫນຶ່ງມາຈາກທີ່ຜູ້ເປັນພໍ່ ລີໂອ ໂອນດິງ ອາຍຸ 40 ປີ ມັກຈະພາລູກຊາຍແລະລູກສາວ ແຈັດສັນອາຍຸ 3 ປີ ແລະເຟຣຢາອາຍຸ 7 ປີອອກຕະລຸຍປີນເຂົາສຸດທໍລະຫົດໄປພ້ອມກັນທັ້ງຄອບຄົວ ໂດຍຜູ້ເປັນແມ່ຈະຄອຍເບິ່ງລູກຊາຍຄົນນ້ອຍເນື່ອງຈາກອາຍຸຍັງນ້ອຍເປັນພິເສດ ສ່ວນເຟຣຢາຜູ້ເອື້ອຍຈະມີລີໂອຄອຍປະກົບ

ກ່ອນຫນ້າທີ່ຈະມີສອງຕົວນ້ອຍ ລີໂອແລະພັນລະຍາ ເຈດຊິກ້າອາຍຸ41 ປີ ໄດ້ອອກຕະເວນໄຕ່ວາດສຽວໄປຕາມພູເຂົາສູງຊັນຊື່ກ້ອງໂລກມາຈ່ຳນວນຫນຶ່ງ ກະທັ່ງມີແຈັດສັນແລະເຟຣຢາ ພວກເຂົາຈຶ່ງໄດ້ຖ່າຍທອດທັກສະການປີນເຂົາໃຫ້ລູກໆຢ່າງຄ່ອຍເປັນຄ່ອຍໄປ ຈົນໃນທີ່ສຸດຄອບຄົວໂອນດິງກໍ່ສາມາດພິຊິດພູເຂົາ ພິດ ບາໄດ ພູເຂົາຂອງເທືອກເຂົາ ເບນກາເລີຍ ໃນເຂດ ກໍບຸນເດັນ ສວິດເຊີແລນ ຄວາມສູງເກືອບ 11,000 ຟຸດ (ປະມານ 3,308 ແມດ) ໄດ້ສຳເລັດຈົດສະຖິຕິໃຫ້ເຟຣຢາເປັນນັກປີນເຂົາທີ່ອາຍຸນ້ອຍທີ່ສຸດໂດຢບໍ່ຕ້ອງຮັບຄວາມຊ່ວຍເຫລືອ ສ່ວນແຈັດສັນຄອງສະຖິຕິບຸກຄົນທີ່ອາຍຸນ້ອຍທີ່ສຸດໃນໂລກທີ່ໄດ້ຂຶ້ນໄປຢຽບຍອດເຂົາຫລັງການເປີດໃຫ້ປີນເຂົາລູກນີ້ເປັນຄັ້ງທຳອິດໃນລອບ 153 ປີ…

ຂ່າວທົ່ວໄປ