ນ້ອງລີນາ ຂອບໃຈຍອດຊ່ວຍເຫຼືອ 51ລ້ານກີບ ພ້ອມຂອບໃຈ ແລະ ຂໍຢຸດຮັບການບໍລິຈາກເງິນຈາກສັງຄົມລວມຍອດການຊ່ວຍເຫຼືອສາວນັກສຶກສາໃຈເດັດຂີ່ລົດຕຳໂຈນມາຮອດເວລາ 20:18 ນາທີ ວັນທີ 23/10/2020 ຈຳນວນທັງໝົດ: 59,000,000 ກີບ ພ້ອມປິດຮັບການຊ່ວຍເຫລືອ ແລະ ຈະບໍລິຈາກຊ່ວຍເຫຼືອນ້ຳຖ້ວມທີ່ແຂວງສະຫວັນນະເຂດ 5 ລ້ານກີບ
ລີນ່າກ່າວວ່ານ້ອງບໍ່ຮູ້ຊິຂອບໃຈສັງຄົມແນວໃດ ມີແຕ່ຈະຂໍຕອບແທນສັງຄົມດ້ວຍການເປັນຄົນດີ ແລະ ເງິນທີ່ໄດ້ກໍ່ຈະນຳໄປບໍລິຈາກໃຫ້ຜູ້ປະສົບໄພນ້ຳຖ້ວມທີ່ສະຫວັນນະເຂດ ຈຳນວນ 5,000,000 ກີບ ສ່ວນທີ່ເຫລືອແມ່ນຈະໃຊ້ເປັນທຶນການສຶກສາ ແລະຈະຝາກໃຫ້ພໍ່ກັບແມ່ທາງບ້ານ ເພື່ອຊ່ວຍເຫລືອນ້ອງທີ່ກຳລັງສຶກສາຢູ່ ສ່ວນໜຶ່ງນ້ອງກໍ່ຈະເອົາໄປທຳບຸນ
ທ້າຍສຸດນີ້ນ້ອງວ່າ ຂໍຂອບໃຈແລະຮູ້ບຸນຄຸນເປັນຢ່າງສູງມາຍັງສັງຄົມລາວທີ່ບໍ່ຖິ້ມກັນ ທີ່ຊ່ວຍເຫລືອໃນຍາມຈຳເປັນ ຂໍອວຍພອນໄຊໃຫ້ຜູ້ໃຈບຸນທັງຫລາຍຈົ່ງພົບແຕ່ຄວາມສຸກຄວາມຈະເລີນ ນ້ອງຂໍສັນຍາວ່າຈະເປັນຄົນດີຂອງສັງຄົມ
ແລະ ນ້ອງຂໍປິດການຮັບການຊ່ວຍເຫລືອແຕ່ພຽງເທົ່ານີ້
ຂໍຂອບໃຈຈາກໃຈຈິງ