ມື້ນີ້ມານໍາສະເໜີເລື່ອງລາວຂອງນ້ອງບິກ ວິລະຢຸດ ໜູຫ່ວງ ລູກຊາຍ ອາຈານ ກິ ດາວເພັດ ໜູຫ່ວງ ນັກຮ້ອງດັງໃນຕໍານານ ຜູ້ລ່ວງຫຼັບໄປແບບບໍ່ມີວັນຫວນກັບມາໄດ້ອີກ ເມື່ອທ້າຍເດືອນເມສາ 2020 ທີ່ຜ່ານມາ.
ພໍ່ກິແມ່ພຸດແລະ ນ້ອງບິກ
ນ້ອງບິກ ວິລະຢຸດ ໜູຫ່ວງ ເປັນລູກຊາຍອີກຄົນຂອງລາຊາເພັງລູກທົ່ງບ້ານນາຂອງລາວ ເຊິ່ງແອັດເກິ່ນໄປກ່ອນໜ້ານີ້ແລ້ວ, ເຊິ່ງຫຼັ້ງຈາກຜູ້ເປັນພໍ່ເສຍຊີວິດໄປ ນ້ອງໄດ້ເຮັດໜ້າທີ່ແທນພໍ່ທຸກຢ່າງ ໂດຍສະເພາະແມ່ນການເປັນນັກຮ້ອງຜູ້ມອບຄວາມສຸກຄວາມມ່ວນຊື່ນໃຫ້ກັບແຟນເພງທົ່ວທຸກສາລະທິດ, ເຊິ່ງນ້ອງເຮັດໄດ້ດີຫຼາຍ ຈົນຕອນນີ້ກາຍເປັນຂັວນໃຈມະຫາຊົນໄປແລ້ວ.
ພິເສດຫຼາຍ ມື້ນີ້ວັນທີ 10 ສິງຫາ ເປັນວັນຄ້າຍວັນເກີດຂອງນ້ອງບິກ ແນ່ນອນບຸກຄົນສໍາຄັນໃນຊີວິດຍ່ອມບໍ່ພາດທີ່ຈະອວຍພອນແກ່ນ້ອງ ໂດຍສະເພາະເອື້ອຍຄໍາພຸດ ໜູຫ່ວງ ແມ່ຂອງນ້ອງບິກ ທີ່ໄດ້ໂພສພາບ ພ້ອມຂໍ້ຄວາມອວຍພອນລູກຊາຍຫົວແກ້ວຫົວແຫວນຜ່ານເຟສບຸກສ່ວນຕົວວ່າ: HBD ລູກຊາຍແມ່ໄດ້12ປີແລ້ວແມ່ຂໍໃຫ້ລູກຊາຍແມ່ຈົ່ງມີສຸຂະພາບແຂງແຮງ ແລະ ເປັນຄົນດີແບບນີ້ຕໍ່ໄປເຖີງເຮົາສິບໍມີພໍ່ແລ້ວກໍ່ຕາມ ແມ່ຈະຮັກ ແລະ ດູແລລູກໃຫ້ດີທີ່ສຸດ.
ແນວໃດກໍ່ຕາມ ຂໍອວຍພອນໃຫ້ນ້ອງບິກຈົ່ງມີສຸຂະພາບແຂງແຮງ ປາສະຈາກໂລກໄພໄຂ້ເຈັບ, ເປັນລູກທີ່ດີຂອງພໍ່ແມ່ ເປັນທີ່ຮັກຂອງຄອບຄົວ ແລະ ເຮັດໜ້າທີ່ແທນພໍ່ເປັນຜູ້ໃຊ້ສຽງເພງສ້າງຄວາມສຸກແກ່ແຟນເພງແບບນີ້ຕະຫຼອດໄປ.