ຮອງເຈົ້າເມືອງໄຊທານີ ຊີ້ແຈງກໍລະນີປິດປະຕູວັດໜອງພະຍາ ເມືອງໄຊທານີ ໃນມື້ບຸນສະຫລາກ
ວັນທີ 2 ກັນຍານີ້ ເຊິ່ງເປັນມື້ຕັກບາດບຸນຫໍ່ເຂົ້າສະຫລາກດັ່ງທີ່ຊາວພຸດເຮົາເຄີຍປະຕິບັດກັນມາ ແຕ່ເຊົ້າມື້ນັ້ນ ໄດ້ມີກໍລະນີອຳນາດການປົກຄອງບ້ານໜອງພະຍາ ເມືອງໄຊທານີ ນະຄອນຫລວງວຽງຈັນ ປິດປະຕູວັດ
ແຈ້ງເດີເຖີງບັນທ່ານພໍ່ແມ່ປະຊາຊົນທຸກຄົນເລື່ອງການກະທຳທີ່ບໍ່ໍເໝາະສົມໃນສັງຄົມລາວທີການຈັດຕັ້ງບ້ານເມືອງອ້າງອຳນາດຂັ້ນເທິງມາປິດວັດໃຫຍ່ໜອງພະຍາໂດຍໃສ່ກະແຈປິດປະຕູວັດບໍ່ໃຫ້ພໍ່ແມ່ປະຊາຊົນເຮັດບຸນແລະກັກຂັງພຣະເນນພາຍໃນວັດບໍ່ໃຫ້ໄດ້ກິນເຂົ້າກິນນຳ້ກັນແລ້ວເຮັດແນວໃດນໍຄັນວ່າຂັ້ນເທິງສູງສຸດໃຜກໍ່ຕາມຖ້າມີຄວາມຖືກຕ້ອງຢູ່ໃນປະເທດຊາດຫຼືຕ່າງປະເທດກໍ່ໃຫ້ຄວາມເປັນທຳກັບເລື່ອງສິດທິມະນຸດໃຫ້ແດ່ ດຽວນີ້ວັດໃຫຍ່ໝອງພະຍາບໍ່ແມ່ນວັດແລ້ວເປັນຄຸກແລ້ວເດີພີ່ນ້ອງເອີຍຕາຍໆພຣະເນນແລະປະຊາຊົນເຮົາ
Posted by ทําดีชีวิดก็ดี อิธิปันโญ on Tuesday, September 1, 2020
ສະຫຼຸບຄື:ຮອງເຈົ້າເມືອງໄຊທານີ ໄດ້ອອກມາຕອບ ຕໍ່ລາຍການວິທະຍຸແຫ່ງຊາດ ໂດຍທ່ານໄດ້ຊີ້ແຈງວ່າ:
ການປິດປະຕູວັດດັ່ງກ່າວ ກໍຍ້ອນວ່າເພື່ອຮັບປະກັນ ຄວາມປອດໄພຕໍ່ພຸດທະສາສະນິກ ຜູ້ມາເຮັດບຸນກຸສົນ ໃນວັດແຫ່ງນີ້ ເຊິ່ງພວມມີຂໍ້ຂັດແຍ່ງນຳກັນມາກ່ອນໜ້ານີ້ ປະມານ 4- 5 ປີ ເປັນຄວາມບໍ່ເຂົ້າໃຈລະຫວ່າງຄູບາ ຜູ້ເປັນເຈົ້າອະທິການວັດ ຊື່ສົມປອງ ກັບອົງການຈັດຕັ້ງບ້ານໜອງພະຍາ ເຊິ່ງສະພາບການມີລະດັບຄວາມຮຸນແຮງຂຶ້ນເລື້ອຍໆ ໂດຍທາງເມືອງໄດ້ມີການສຶກສາອົບຮົມໃຫ້ທັງສອງຝ່າຍເຂົ້າໃຈກັນ ແຕ່ກໍບໍ່ເປັນຜົນ
ພ້ອມນັ້ນທາງນະຄອນຫຼວງໄດ້ມີການເກັບກຳຂໍ້ມູນຫລັກຖານອື່ນໆເພີ່ມອີກ ຈຶ່ງສະຫລຸບໄດ້ວ່າເລື່ອງທັງໝົດນີ້ເປັນຜົນມາຈາກພຶດຕິກຳຂອງຄູບາເຊິ່ງເປັນຄວາມບໍ່ເໝາະສົມ ມີລັກສະນະຜິດຕໍ່ສິນທຳຫລາຍປະການ.
ດັ່ງນັ້ນທາງອົງການພຸດທະສາສະໜາສຳພັນລາວ ຂັ້ນນະຄອນຫລວງຈຶ່ງໄດ້ ຕີລາຄາວ່າ ພຶດຕິກຳດັ່ງກ່າວນັ້ນ ມີຄວາມຜິດແທ້ ຈຶ່ງໄດ້ອອກຂໍ້ຕົກລົງສະບັບເລກທີ 028/ອພສ.ນວ ລົງວັນທີ 24 ສິງຫາ 2020 ໂດຍມີເນື້ອໃນ ໃຫ້ຜູ້ກະທຳຜິດດັ່ງກ່າວນັ້ນ ຍ້າຍອອກຈາກວັດບໍ່ໃຫ້ກາຍວັນທີ 30 ສິງຫາ ແຕ່ຜູ້ກ່ຽວໄດ້ປະຕິເສດບໍ່ເຂົ້າຮ່ວມການອ່ານຂໍ້ຕົກລົງນັ້ນ
ມາຮອດວັນທີ 2 ກັນຍາ ຖືວ່າຜູ້ກ່ຽວໝົດສິດຢູ່ວັດ ດັ່ງນັ້ນ ອຳນາດການປົກຄອງຈຶ່ງໄດ້ປະຕິບັດຕາມຂໍ້ຕົກລົງດັ່ງກ່າວ ຄືບັງຄັບໃຫ້ຜູ້ກ່ຽວອອກຈາກວັດ.
ແຕ່ເນື່ອງຢ້ານວ່າມີກໍລະນີບໍ່ດີເກີດຂຶ້ນ ເພາະຜ່ານມາເຄີຍມີປະຫວັດວ່າ ຄູບາອົງດັ່ງກ່າວໄດ້ຮັບເອົາພະ ສາມະເນນ ແລະ ແມ່ຂາວເຂົ້າມາຈຳຢູ່ໃນວັດໂດຍບໍ່ໄດ້ແຈ້ງອຳນາດການປົກຄອງ ວ່າເປັນໃຜ ມາແຕ່ໃສ ພ້ອມນັ້ນຍັງເຄີຍໄລ່ອຳນາດການປົກຄອງອອກຈາກວັດ ຍ້ອນບັນຫາ ດັ່ງກ່າວອີກດ້ວນ.