ການສ້າງຮາກຖານຄອບຄົວໃຫ້ໝັ້ນຄົງ ເລືອກຄູ່ຊີວິດທີ່ດີຊີວິດເຮົາກໍ່ຈະດີຕາມ

ການສ້າງຮາກຖານຄອບຄົວໃຫ້ໝັ້ນຄົງ ເລືອກຄູ່ຊີວິດທີ່ດີຊີວິດເຮົາກໍ່ຈະດີຕາມ

ໜຶ່ງສາວທີ່ໃຜຄຸ້ນໆກັນຢູ່ບໍ່ ກັບສາວ ເອເອ ແຟນເກົ່າຂອງສຸກ ສາຍສີ ທີ່ເຄຍມີປາກສຽງກັນຕອນເລີກລາ ເປັນຂ່າວທີ່ໂດງດັງຫຼາຍໃນໂລກອອນລາຍ ທີ່ຕອນນີ້ກໍຈົບກັນດ້ວຍດີຕ່າງຝ່າຍຕ່າງມີຊີວິດ, ເຮັດຕາມຄວາມຝັນຂອງຕົນເອງ

ຫຼ້າສຸດສາວ ເອເອ ຍຸພາ ຊີວິດ ດີໆຫຼັງໄດ້ຄູ່ຄອງຄອງຮັກກັບ ໜຸ່ມພອນໄຊ ທີ່ຄົບຫາກັນ ຊ່ວຍກັນສ້າງສາ, ເກັບອອມ ປັດຈຸບັນທັງຄູ່ ມີບ້ານ 1 ຫຼັງ, ລົດໃຫຍ່ 2 ຄັນຮ່ວມກັນ

ອາຍຸ 24ປີ ສຸດທ້າຍກະເຮັດສຳເລັດມີບ້ານ 1 ຫລັງ ມີລົດ 2ຄັນຂອງຜົວຄັນ1ເມຍຄັນ1:) ຂອບໃຈຄົນຮັກທີ່ພາສ້າງພາສາຈົນມີທຸກຢ່າງທຸກມື້ນີ້ ອົດທົນສ້າງບ້ານນໍາກັນພາຍໃນ 4 ເດືອນ ອົດໄປຫລິ້ນໄປທ່ຽວເກັບອອມ ຂ້ອຍຫາ ເຈົ້າຫາຊ່ວຍກັນຄົນລະເຄິ່ງ ຂ້ອຍເມື່ອຍເຈົ້າເມື່ອຍແຕ່ເຮົາກະບໍ່ເຄີຍທໍ້ຍ້ອນເຮົາມີເປົ້າຫມາຍດຽວກັນ ເພື່ອສ້າງຮາກຖານຄອບຄົວໃຫ້ຫມັ້ນຄົງ.

ສາວເອຖິ້ມທ້າຍທີ່ “ການທີ່ເລືອກຄູ່ຊີວິດທີ່ດີຊີວິດເຮົາກໍຈະດີຕາມ” ນັ້ນມັນຄືຄວາມຈິງ ເພາະການມີຄູ່ຄອງທີ່ດີມັນຈະສົ່ງເສີມເຮົາຫຼາຍໆດ້ານ ແລະ ເຮັດໃຫ້ຊີວິດພົບແຕ່ສິ່ງດີໆສະເໝີ

ແອັດມິນກໍບໍ່ຮູ້ຄືກັນວ່າພື້ນຖານຖານະທັງສອງດີຢູ່ແລ້ວ ຫຼື ທັງຄູ່ເຮັດວຽກຫຍັງຈຶ່ງຫາເງິນໄດ້ຫຼາຍ ແຕ່ນັ້ນມັນກໍເປັນສ່ວນສໍາຄັນໃນການຕັ້ງໂຕ ແຕ່ສິ່ງທີ່ສໍາຄັນມັນແມ່ນການເກັບອອມໄວ້, ປະຫຍັດໃຊ້ປະຫຍັດຈ່າຍຫຼາຍກວ່າ ເພາະຖ້າຫາກວ່າມີຖານະດີຢູ່ແລ້ວ, ມີເງິນຫຼາຍ ໃຊ້ຈ່າຍ ຫຼິ້ນກິນຟຸມເຟືອຍກໍໝົດໂຕໄດ້ຄືກັນ ຈະນ້ອຍຫຼືຫຼາຍຖ້າຮູ້ຈັກເກັບເຮົາກໍສາມາດມີທຸກຢ່າງເປັນຂອງເຮົາເອງໄດ້ຄືກັນ…

ແນວໃດກໍຍິນດີນໍາ ແລະ ຝາກໄວ້ເປັນບົດຮຽນ, ເປັນກໍາລັງໃຈໃຫ້ຄູ່ຮັກທີ່ກໍາລັງເກັບອອມນໍາກັນເພື່ອສ້າງອານາຄົດຄອບຄົວນໍາກັນເດີ້ ການເກັບ, ປະຫຍັດ ແລະ ຕັ້ງໃຈໃຈຫາເງິນ,ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເຂົ້າໃຈກັນເປັນສິ່ງສໍາຄັນທີ່ສຸດ

ສາລະໜ້າຮູ້