ກະຊວງໂຍທາທິການ ແລະ ຂົນສົ່ງ ແຈ້ງໃຫ້ຮູ້ວ່າ: ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ມີບົດບາດສຳຄັນໃນການພັດທະນາພື້ນຖານໂຄງລ່າງ ດ້ານຄົມມະນາຄົມ ໃຫ້ກາຍເປັນປາຍແຫຼມ ທີ່ສາມາດທະລຸໂລ່ງແຕ່ເໜືອຮອດໃຕ້, ແຕ່ຕາເວັນອອກ ຫາ ຕາເວັນຕົກ, ແຕ່ຕົວເມືອງ ຫາ ຊົນນະບົດ, ແຕ່ທົ່ງພຽງ ຫາພູດອຍ,ຮອດປັດຈຸບັນ 148 ເມືອງໃນຂອບເຂດທົ່ວປະເທດ ລາວ ມີເສັ້ນທາງລົດໄປເຖິງ, ໃນນັ້ນ ມີທາງປູຢາງ 144 ເມືອງ, ທາງສາມາດທຽວໄດ້ 2 ລະດູ ມີ 147 ເມືອງ ແລະ ຍັງເຫຼືອພຽງ 1 ເມືອງ ຄື: ເມືອງກະລຶມ ແຂວງເຊກອງ ທີ່ຍັງມີເສັ້ນທາງທຽວໄດ້ພຽງແຕ່ລະດູແລ້ງ.
ຫົວໜ້າກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທ່ານ ລິດຕາ ຂັດທິຍະ ໄດ້ກ່າວຕໍ່ສື່ມວນຊົນກ່ຽວກັບ 45 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຂະແໜງ ຂົວ-ທາງເມື່ອບໍ່ດົນມານີ້ວ່າ: ຕະຫຼອດໄລຍະ 45 ປີ ນັບແຕ່ປີ 1975 ຫາ ປີ 2020 ວຽກງານ ໂຍທາທິການ ແລະ ຂົນສົ່ງ ໄດ້ມີການປັບປຸງຍົກລະດັບ ແລະ ມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງ, ມາຮອດປະຈຸບັນຕາໜ່າງເສັ້ນທາງມີລວງຍາວທັງໝົດ 58.255 ກິໂລແມັດ (ກມ), ມີເສັ້ນທາງໄປເຖິງທຸກແຂວງ ແລະ ທຸກເມືອງ, ໃນນັ້ນ, ມີທາງປູຢາງໄປເຖິງ 144 ເມືອງ, ໄດ້ກໍ່ສ້າງຂົວໄດ້ທັງໝົດ 2.819 ແຫ່ງ. ຂົວທີ່ສຳຄັນແມ່ນຂົວຂ້າມນໍ້າ ຂອງຫຼາຍແຫ່ງຢູ່ໃນລາວ, ຂົວມິດຕະພາບລາວ-ໄທ ແລະ ມິດຕະພາບລາວ-ມຽນມາ. ຂົວມິດຕະພາບລາວ-ໄທລວມມີ:ຂົວມິດຕະພາບ1 (ວຽງຈັນ-ໜອງຄາຍ), ຂົວມິດຕະພາບນ້ຳເຫືອງລາວ-ໄທ ແລະ ຂົວມິດຕະພາບ 2 (ສະຫວັນນະເຂດ-ມຸກດາຫານ), ຂົວມິດຕະພາບ 3 (ທ່າແຂກ-ນະຄອນພະນົມ), ຂົວມິດຕະພາບ 4 (ຫ້ວຍຊາຍ-ຊຽງຂອງ) ແລະ ຂົວມິດຕະພາບລາວ-ມຽນມາ.
ທ່ານ ລິດຕາ ໄດ້ກ່າວຕື່ມວ່າ: ໃນອະນາຄົດຂ້າງໜ້າ ກະຊວງໂຍທາທິການ ແລະ ຂົນສົ່ງຈະສືບຕໍ່ສູ້ຊົນກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບລາວ-ໄທ ແຫ່ງທີ 5 (ແຂວງບໍລິຄຳໄຊ-ບຶງການ), ຂົວຂ້າມນໍ້າຂອງ ລາວ-ໄທ ແຫ່ງທີ 6 ຢູ່ປາກຕະພານ (ແຂວງສາລະວັນ-ອຸບົນ), ຂົວຂ້າມນ້ຳຂອງມິດຕະພາບລາວ-ໄທ ແຫ່ງທີ 7 (ຊະນະຄາມ-ຊຽງຄານ), ຂົວຂ້າມນ້ຳຂອງຫຼວງພະບາງ-ຈອມເພັດ, ຂົວຂ້າມນ້ຳຂອງເຊື່ອມຕໍ່ດອນ-ດອນ (ສີ່ພັນດອນ) ຈຳນວນ 4 ແຫ່ງ ແລະ ຂົວນ້ອຍ 44 ແຫ່ງ ຢູ່ແຂວງຈຳປາສັກ ແລະ ຂົວຕາມທາງຫຼວງແຫ່ງຊາດຈໍານວນໜຶ່ງ.
ພຽງຮູບພາບປະກອບ