ເດົາຍາກ! 3 ຫນຸ່ມຫລໍ່ແປງໂສມເປັນຜູ້ຍິງ ເຫັນແລ້ວງົງຕາແຕກ ຈື່ແທບບໍ່ໄດ້

ເດົາຍາກ! 3 ຫນຸ່ມຫລໍ່ແປງໂສມເປັນຜູ້ຍິງ ເຫັນແລ້ວງົງຕາແຕກ ຈື່ແທບບໍ່ໄດ້

ກັບມາເປັນເທນອິດອີກຄັ້ງສຳລັບແອບພລິເຄຊັ່ນ FaceApp ໂດຍຄັ້ງນີ້ 3ໜຸ່ມສະລັບຫນ້າຕົວເອງຈາກຍິງເປັນຊາຍ ຈາກຊາຍເປັນຍິງ ຊຶ່ງໃນຫມູ່ດາລາກໍ່ອິນເທນກັບເຂົາດ້ວຍ ສະລັບຕົວເອງເປັນຊາຍຍິງກັນສະນຸກສະນານ ອອກມາສວຍຫລໍ່ສະດຸດສຸດໆ ກັນທຸກຄົນ ລ່າສຸດ ພໍ່ເຈ ເຈດຕະລິນ ກໍ່ນຶກສະນຸກຈັບພາບຂອງລູກຊາຍ 3 ເຈົ້າ ເຈົ້ານາຍ-ເຈົ້າຂຸນ-ເຈົ້າສະມຸດມາໃສ່ FaceApp ເປັນສາວນ້ອຍ ງານນີ້ບອກເລີຍວ່າແທບຈື່ພາບເດີມຂອງຫນຸ່ມນ້ອຍ 3 ເຈົ້າບໍ່ໄດ້ ແລະດ້ວຍໂຄງຫນ້າທີ່ຫລໍ່ດີງາມກັນຢູ່ ຜົນລັບຫລັງໃສ່ແອບເປັນຜູ້ຍິງເລີຍເຮັດໃຫ້ທັ້ງ 3 ຫນຸ່ມສວຍງາມຕະລຶງພິງເພິດເກີນເບີໄປແຫລະ

ໂດຍ ຫນຸ່ມເຈົ້ານາຍກາຍເປັນສາວຫວານ ຫນ້າສ້ວຍ ສວຍຟາດຫລາຍໆ ຂະນະທີ່ ເຈົ້າຂຸນ ຄົນນີ້ອອກມາໃນລຸກສາວຕາຄົມ ຮີມຝີປາກ ເຊັກຊີ່ມີໄຝສະເນ່ ປິດທ້າຍດ້ວຍຫນຸ່ມຄົນເລັກ ເຈົ້າສະມຸດ ກາຍເປັນສາວມວຍເບິ່ງສົດຊ່າໜ້າຮັກ

ງານນີ້ຫລັງຈາກທີ່ພໍ່ເຈ ເຈຕຣິນ ໂພສພາບເຊັກດັ່ງກ່າວລົງໃນອິນສະຕາແກມ ແມ່ປິ່ນ ເກັດມະນີ ເຖິງກັບເຂົ້າມາຄອມເມັ້ນບອກ “ພໍ່ໄວ້ຫນວດດ່ວນລູກສາວສວຍງາມຈັດຣັສເຊຍ” ຂະນະທີ່ ຫນຸ່ມເຈົ້ານາຍ ເຖິງກັບແທກນ້ອງຊາຍ ເຈົ້າຂຸນ ແລ້ວຖາມນ້ອງຊາຍວ່າ “ຈີບໄດ້ບໍ່ຄະ” ອ່າໆໆໆ

ຍອມແລ້ວເດີ ຍອມແທ້ໆ ບ້ານນີ້ຈະເປັນຍິງຫລືເປັນຊາຍ ກໍ່ຫລໍ່ຈັດສວຍຈິງ ດີເອັນເອເຂົາຄຸນພາບແທ້ໆ ເດີ

ຂ່າວທົ່ວໄປ