ຕັ້ງຂໍ້ຫາພໍ່ແທ້ໆ – ວັນທີ່ 9 ຕ.ຄ. ເດລີເມລິນ ລາຍງານເຫດການສະເທືອນໃຈໃນ ສະຫະລັດອະເມລິກາ ຫລັງຈາກຕຳລວດເມືອງໂລເວີໂພນວິເດນເຂດມອນໂກເມລີ ລັດເພນຊິນເວເນຍ ໄດ້ຮັບແຈ້ງເຫດສຸກເສິນ ມີເດັກຢຸດຫາຍໃຈ ເມື່ອເຈົ້າຫນ້າທີ່ນຳກຳລັງໄປທີ່ບ້ານທີ່ເກີດເຫດກໍ່ຮີບນຳຕົວ ດ.ຍ.ຊາຣ່າ ສະກະລັດອາຍຸ 10 ເດືອນ ສົ່ງໂຮງພະຍາບານແຕ່ແພດບໍ່ສາມາດຊ່ວຍຊີວິດໄວ້ໄດ້ ຊ້ຳຍັງກວດພົບໃນເວລາຕໍ່ມາວ່າ ຫນູນ້ອຍຖືກລ່ວງລະເມີດທາງເພດ ແລະຍິ່ງສະລົດຫນັກເມື່ອພົບວ່າຜູ້ຕ້ອງສົງໄສຄື ທ້າວອອດຕິນ ສະຕີເຟ່ນໂຄ້ດທີມຟຸດບອນ ອາຍຸ 29 ປີ ພໍ່ແທ້ໆ ຂອງຊາຣ່າ
ລາຍງານລະບຸວ່າເມື່ອເວລາ 10.40 ນ. ຂອງວັນເສົາທີ່ 3 ຕ.ຄ.ຕາມເວລາທ້ອງຖິ່ນ ເຈົ້າຫນ້າທີ່ໄດ້ຮັບແຈ້ງວ່າມີເດັກບໍ່ຕອບສະໜອງ ຈຶ່ງນຳກຳລັງໄປຍັງອະພາດເມນຖະນົນເຈີມັນທາວ ແລະປະຖົມພະຍາບານເບື້ອງຕົ້ນດ້ວຍການປັ້ມຫົວໃຈ ແຕ່ເດັກຍິງຍັງບໍ່ຕອບສະໜອງຫຍັງ ເລີຍຮີບນຳຕົວສົ່ງໂຮງພະຍາບານສູນການແພດໄອສະໄຕ ເມດິຄອນ ເຊັນເຕີ ມອນໂກເມລີ ແລະບໍ່ຮອດ 2 ຊັ່ວໂມງຕໍ່ມາແພດກໍ່ແຈ້ງວ່າຫນູນ້ອນເຄາະຮ້າຍເສຍຊີວິດແລ້ວ
ເບື້ອງຕົ້ນທ້າວສະຕີເຟ່ນຖືກຄວບຄຸມຕົວລໍຖ້າຂຶ້ນສານການໄຕ່ສວນມູນຟ້ອງໃນວັນທີ່ 13 ຕ.ຄ. ຕາມຂໍ້ກ່າວຫາຂົ່ມຂືນກະທຳຊຳເລົາເດັກ ທຳຮ້າຍທາງເພດຢ່າງອຸກສະກາດ ແລະກະທຳການບັງຄັບກາມວິປລີດ ໂດຍຕັ້ງຫລັກເງິນປະກັນຕົວທີ່ 1 ລ້ານດອນລາສະຫະລັດ ຫລືປະມານ 31.1 ລ້ານບາດ
ຂະນະທີ່ຕຳລວດໄດ້ຮັບອະນຸຍາດຫມາຍຄົ້ນເພື່ອກວດສອບປະວັດການໃຊ້ງານໂທລະສັບມືຖືຂອງທ້າວສະຕີເຟ່ນ ພົບວ່າມີການຄົ້ນຫາຂໍ້ມູນເທິງເວັບໄຊກູເກິນຫລາຍຄັ້ງ ອາທິ “ຖ້າເດັກທາລົກຢຸດຫາຍໃຈ” “ຈະເກີດຫຍັງຂຶ້ນຖ້າລາວບໍ່ໄດ້ຍິນສຽງຫົວໃຈຫລືສຽງຫົວໃຈເຕັ້ນຂອງລູກ” “ລູກຂອງຈ້ອຍບໍ່ຫາຍໃຈ” ແລະ “ເຈົ້າຈະຮູ້ໄດ້ແນວໃດວ່າເດັກເສຍຊີວິດ”
ຫລັງຈາກໃຊ້ເວລານານເກືອບ 1 ຊັ່ວໂມງ ທ້າວສະຕີເຟ່ນກໍ່ຕັດສິນໃຈໂທລະສັບແຈ້ງ 911 ເພື່ອຂໍຄວາມຊ່ວຍເຫລືອ ນອກຈາກນີ້ຍັງພົບວ່າທ້າວສະຕີເຟ່ນໃຊ້ໂຊຊ່ຽວມີເດຍ ແຊັດກັບເພື່ອນຍິງ 2 ຄົນ ໂດຍບໍ່ໄດ້ບອກເຖິງສິ່ງທີ່ເກີດຂຶ້ນກັບຊາຣ່າເລີຍແມ້ແຕ່ນ້ອຍ
ດ້ານສຳນັກງານໄອຍະການເປີດເຜີຍເອກກະສານຊັນນະສູດສົບຊາຣ່າຊຶ່ງລະບຸວ່າ ພົບເຫັນຜ້າອ້ອມສຳເລັດຮູບເຕັມໄປດ້ວຍເລືອດຊຸກຊ້ອນຢູ່ໃນອະພາດເມນຂອງທ້າວສະຕີເຟ່ນ ຄາດວ່າເປັນຜ້າອ້ອມທີ່ຊາຣ່າຕູ້ມໃສ່ໃນຊ່ວງເກີດເຫດ ສ່ວນຜົນການຊັນນະສູດນັ້ນ ເດັກຍິງມີຮ່ອງຮອຍຖືກລ່ວງລະເມີດທາງເພດບໍລິເວນທະວານຫນັກ ແລະມີບາດແຜຈາກການກະແທກຢ່າງແຮງທີ່ຫົວ
ຄະດີນີ້ໜ້າຫົດຫູ່ໃຈເປັນຢ່າງຍິ່ງ ຖືເປັນເລື່ອງຍາກທີ່ຈະຈິນຕະນາການວ່າການເສຍຊີວິດຂອງເດັກຍິງຈະຍິ່ງໂຫດຮ້າຍໄປຫລາຍກວ່າການລ່ວງລະເມີດທາງເພດເດັກທາລົກ ຕາມດ້ວຍພຶດຕິກຳເສີຍເມີຍຕໍ່ການຮັກສາຊີວິດລູກນ້ອຍຂອງຜູ້ເປັນພໍ່ຊຶ່ງນຳໄປສູ່ຄວາມຕາຍ” ທ່ານເຄວິດ ສະຕີນ ໄອຍະການເຂດ ລະບຸຜ່ານຖະແຫລງການ ທັ້ງນີ້ ເອັນບີຊີ 10 ລະບຸວ່າ ທ້າວສະຕີເຟ່ນແຍກທາງກັບ
ນາງເອລິກາ ສະກັດ ແມ່ຂອງຊາຣ່າ ແລະແບ່ງສິດທິການດູແລລູກເທົ່າໆກັນ ຊຶ່ງນາງສະກັດໂພສເທິງເພຈເຟດບຸ໊ກເຖິງເຫດການທີ່ເກີດຂຶ້ນວ່າ “ຂ້ອຍບໍ່ໂອເຄ ຂ້ອຍບໍ່ມີຄຳເວົ້າຫຍັງທັ້ງນັ້ນ…ແລະເຂັາຈະຕ້ອງຊົດໄຊ້ຢ່າງສາສົມ
ຂະນະດຽວກັນຍາດຝັ່ງນາງສະກັດແລະເພື່ອນໆ ຮ່ວມກັນຕັ້ງເພສລະດົມເງິນທາງ GoFundMe ເພື່ອຊ່ວຍເຫລືອນາງສະກັດທີ່ຜະເຊິນຫນ້າກັບຊ່ວງເວລາຍາກລຳບາກຂອງການສູນເສຍລູກສາວ ແລະພຽງບໍ່ນານກໍ່ມີຄົນໃຈບຸນແຫ່ບໍລິຈາກ ຈົນມີຍອດຊ່ວຍເຫລືອກວ່າ 44,400 ດອນລາສະຫະລັດປະມານເກືອບ 1.4 ລ້ານບາດ