ສອງອ້າຍນ້ອງຂີ່ລົດຖີບມາແຕ່ບ້ານ ຂຸນພອນ ເມືອງພຽງ ແຂວງໄຊຍະບູລີ ຈະໄປຫາພໍ່ ຢູ່ວຽງຈັນ

ສອງອ້າຍນ້ອງຂີ່ລົດຖີບມາແຕ່ບ້ານ ຂຸນພອນ ເມືອງພຽງ ແຂວງໄຊຍະບູລີ ຈະໄປຫາພໍ່ ຢູ່ວຽງຈັນ

ສອງອ້າຍນ້ອງຊື່ ທ້າວ ເກົ້າ ແລະທ້າວຕຸດ ມາແຕ່ບ້ານ ຂຸນພອນ ເມືອງພຽງ ແຂວງໄຊຍະບູລີ ຈະໄປຫາພໍ່ຢູ່ວຽງຈັນ ຂີ່ລົດຖີບມາໄດ້2 ຄືນແລ້ວ ເຂົ້າກະບໍ່ໄດ້ກິນ ຕອນນີ້ ຜູ້ກ່ຽວ ໄດ້ແລ່ນໜີເຂົ້າປ່າ ຢູ່ພູໃຫ່ຍ ລູກຫຼານໃຜມາຊອກຫາ ແດ່ ເດີ ປະຈຸບັນຢູ່ປ່າເຂດພູໃຫ່ຍ ທາງເມືອງປາກລາຍຫາເມືອງຊະນະຄາມ

ຄັນຊິຖ້າໃຫ້ຜູ້ປົກຄອງມາຊອກເອງ ຄົງຈະສາຍເກີນໄປ ຂໍຄວາມຊ່ວຍເຫລືອຕາມຫານ້ອງແນ່ ຄົນລາວມີນໍ້າໃຈ ບໍ່ຖິ້ມກັນ

ຈາກເຫດການທີເກີດຂຶ້ນແອັດພໍເຂົ້າໃຈ ເຖິງຄວາມຮູ້ສຶກນ້ອງໆທີ່ແລ່ນເຂົ້າປ່າ ເພາະນ້ອງຍັງນ້ອຍ ເມື່ອຈາກບ້ານໄປໄກ ຫ່າງໄກຈາກບ້ານຕົວເອງໄປ ຈະເກີດຄວາມຮູ້ສຶກແປກຫູແປກຕາ ຢ້ານກົວ ເພາະບໍ່ຮູ້ໃຜເປັນໃຜ ແລະ ໄລຍະທາງຍາວໄກຍິ່ງບັນທອນຈິດໃຈ ເຮັດໃຫ້ນ້ອງໆບໍ່ເຊື່ອໃຈຄົນທີບໍ່ຮູ້ຈັກ ດ້ວຍຄວາມຢ້ານກົວ ອາດເປັນສາເຫດໃຫ້ນ້ອງໆແລ່ນເຂົ້າປ່າ ເພາະຢ້ານການພົບປະກັບຄົນແປກຫນ້າ ແອັດຄາດວ່າຫນ້າຈະເປັນແບບນັ້ນ

ເພາະຕອນຍັງນ້ອຍແອັດກັບຫມູ່ກະເຄີຍຍ່າງອອກຈາກບ້ານ 1ມື້ ເພື່ອໄປຫາພໍ່ແມ່ ຍ່າງໄປຕາມທາງຫລວງຕິກໆ ຈຳໄດ້ວ່າຕອນນັ້ນພໍ່ແມ່ໄປຢາມບ້ານເກົ່າຫລວງພະບາງ ແຕ່ບ້ານແອັດຢູ່ໄຊຍະບູລີ ພໍ່ແມ່ໄປຫລາຍມື້ບໍ່ກັບມາ ເລີຍພາກັນໄປຕາມຫາ ດ້ວຍຄວາມທີເປັນເດັກບ້ານນອກ ຍິ່ງຍ່າງໄປໄກຈາກບ້ານກະຍິ່ງຮູ້ສຶກອິດເມື່ອຍ ຫິວໂຫຍ ແລະ ຮູ້ສຶກຢ້ານ ຊິກັບຄືນບ້ານ ກະຮູ້ສຶກຫລົງທາງ ບໍ່ຈື່ທາງກັບເພາະຍ່າງໄປໄກເຕີບ
ຈຳໄດ້ວ່າເວລາຍ່າງໄປຕາມທາງຄັນມີສຽງລົດໃຫຍ່ຜ່ານມາ ແອັດກັບຫມູ່ຈະຮີບແລ່ນໄປລີ້ ຢູ່ປ່າຂ້າງທາງ ເພາະຮູ້ສຶກຢ້ານ. ໃນໃຈຄິດວ່າບໍ່ຄວນໄວ້ໃຈຄົນແປກຫນ້າ ເພາະເຂົາອາດເປັນໂຈນ ຈັບເຮົາໄປຂາຍ

ດັ່ງນັ້ນ ແອັດຢາກໃຫ້ທຸກຄົນເຂົ້າໃຈ ແລະ ເຫັນອົກເຫັນໃຈນ້ອງໆ ຂໍຄວາມຊ່ວຍເຫລືອປະຊາຊົນເຂດນັ້ນ ຫລືເຈົ້າຫນ້າທີ່ ການຈັດຕັ້ງເຂດນັ້ນ ຕາມຫານ້ອງແນ່
ຊ່ວຍຊີວິດຄົນໃນມື້ນີ້ ຊີວິດທ່ານຈະພົບແຕ່ຄວາມໂຊກດີ ໃນພາຍພາກຫນ້າ
ຂ່າວທົ່ວໄປ