ຕາຢ້ານອີຫຼີ!! ລັດແຄລິຟໍເນຍ ວິກິດໜັກໄຟປ່າຮຸນແຮງສຸດໃນປະຫວັດສາດ ຈົນທັງເມືອງກາຍເປັນສີສົ້ມປານໜັງວັນສີ້ນໂລກ.

ຕາຢ້ານອີຫຼີ!! ລັດແຄລິຟໍເນຍ ວິກິດໜັກໄຟປ່າຮຸນແຮງສຸດໃນປະຫວັດສາດ ຈົນທັງເມືອງກາຍເປັນສີສົ້ມປານໜັງວັນສີ້ນໂລກ.

ສະຖານະການໄຟປ່າໃນລັດຄາລິຟໍເນຍ ຂອງສະຫະລັດ ອາເມຣິກາ ຍັງຮຸນແຮງຢ່າງຕໍ່ເນື່ອງ ລ່າສຸດສື່ຕ່າງປະເທດໄດ້ເຜີຍພາບຟ້າໃນຊານຟານຊີສໂກ ກາຍເປັນແດງສົ້ມ ເຫັນແລ້ວເປັນຕາຢ້ານອີຫຼີ.

ພາບຂ່າວ

ພາບຂ່າວ

ທ້ອງຟ້າທົ່ວ ຊານຟານຊີສໂກ, ໂອ໊ກແລນ ແລະ ເບີຣກລີ່ຍ໌ ກາຍເປັນສີສົ້ມຈາກຄວັນໄຟປ່າທີ່ລຸກໄໝ້ຢ່າງຮຸນແຮງທົ່ວລັດຄາລິຟໍເນຍ ເຮັດໃຫ້ການສັນຈອນທາງທ້ອງຖະໜົນ ມີວິໄສທັດທີ່ລຳບາກ ແລະ ຄຸນນະພາບອາກາດເປັນອັນຕະລາຍຕໍ່ສຸຂະພາບ ຂະນະທີ່ພາບຖ່າຍຈາກດາວທຽມສະແດງໃຫ້ເຫັນເຖິງກຸ່ມຄວັນໜາປົກຄຸມທົ່ວລັດຄາລິຟໍເນຍຢ່າງຊັດເຈນ.

ພາບຂ່າວ

ທາງດ້ານນັກດັບເພີງສະຫະລັດກວ່າ 14,000 ຄົນ ໃຊ້ຄວາມພະຍາຍາມຢ່າງໜັກໃນການດັບໄຟປ່າ ໂດຍໄຟປ່າ 2 ໃນ 3 ຈຸດທີ່ໃຫຍ່ທີ່ສຸດຢູ່ໃນພື້ນທີ່ ຊານຟານຊີສໂກ ຈົນຂະນະນີ້ ຍັງບໍ່ສາມາດຄວບຄຸມໄດ້ ເນື່ອງຈາກສະພາບອາກາດບໍ່ເປັນໃຈ ທັ້ງກະແສລົມແຮງ ແລະ ອາກາດທີ່ຮ້ອນຈັດ.

ພາບຂ່າວ

ເຊິ່ງໄຟປ່າໄດ້ເຜົາຜານພື້ນທີ່ຂອງລັດຄາລິຟໍເນຍໄປແລ້ວຫຼາຍກວ່າ 2 ລ້ານເອເຄີ່ ຫຼື ປະມານ 800,000 ເຮັດຕາ. ທຳລາຍຊັບສິນ ອາຄານບ້ານເຮືອນຈຳນວນຫຼາຍ ແລະ ເຮັດໃຫ້ປະຊາຊົນຫຼາຍໝື່ນຄົນຕ້ອງອົບພະຍົບໜີຕາຍ.

ພາບຂ່າວ

ພາບຂ່າວ

ຂ່າວທົ່ວໄປ