ເຄີຍຖືກຖີ້ມ ຍ້ອນບໍ່ງາມ ຕັ້ງໃຈຫາເງິນ ປ່ຽນຕົນເອງ ໃຫ້ຜູ້ຊາຍເສຍດາຍຫຼິ້ນ ເລືອກຄົນໃໝ່ທີ່ດີກວ່າ ຂອບໃຈທີ່ເທກັນໃນມື້ນັ້ນ
ແຕ່ກ່ອນຖືກຜູ້ຊາຍເທ ຍ້ອນບໍ່ງາມ ທຸກມື້ນີ້ເກັບເງິນເຮັດງາມ ແລ້ວ ເທ ຜູ້ຊາຍຄືນ ເຊິດ ເຮັດງາມພັດທະນາຕົນເພື່ອຫາແຟນໃຫມ່ ເຈີສິ່ງໃຫມ່ໆທີ່ດີກວ່າ ຢ່າໄປຈົມປັກໂຕເອງ ຮີບເຮັດ ຮີບງາມ 55555555555555555 ຍອກໆ ບໍ່ເທ ຮັກໃຜຮັກຄົນດຽວ
ເປ້ເຊື່ອວ່າ ຄວາມງາມມັນເປັນໃບເບີກທາງຫຼາຍໆຢ່າງ ເຮັດໃຫ້ເປ້ມີທຸກມື້ນີ້ໄດ້ ຄວາມງາມຢ່າງດຽວມັນບໍ່ພໍ ຕ້ອງດຸຫມັ່ນ ແລະ ຕັ້ງໃຈເຮັດວຽກ ເກັບເງິນ ເປ້ຈະເບິ່ງຄົນທີ່ມີປະສົບການໃນຊີວິດຫຼາຍໆແລະປະສົບຄວາມສຳເລັດເປັນຕົວຢ່າງ ແລ້ວເປ້ກ່າເຮັດຕາມໃຫ້ໄດ້ ແລະ ຄວາມກະຕັນຍູຕໍ່ຄອບຄົວອັນນີ້ຍິ່ງເປັນອັນທີ່ສຳຄັນຫຼາຍ ເປັນຄົນທີ່ຮັກສວຍຮັກງາມ ຮັກໃນການຫາເງິນ ຮັກຄອບຄົວ ມັກເຮັດບຸນ ເຮັດບຸນເຫັນຜົນຊາດນີ້ ບໍ່ຕ້ອງລໍຖ້າຊາດໜ້າ ແຕ່ເຮັດໜ້າ7ມື້-1ເດືອນກ່າເຫັນຜົນເລີຍ 55555 (ລາຍລະອຽດແຕ່ລະຢ່າງຢູ່ກ້ອງຮູບ)
ເປີດປະເທດຍັງຊິຈັດອີກ ຕອນນີ້ຫາເງິນຖ້າຢູ່